ໃນຂອບເຂດເວທີປາໄສເສດຖະກິດລະດູໃບໄມ້ຫຼົ່ນ 2026 ຢູ່ນະຄອນ ໂຮ່ຈີມິນ, ວັນທີ 27 ຕຸລາ, ບັນດາຜູ້ແທນໄດ້ປຶກສາຫາລືກ່ຽວກັບບົດບາດຂອງບັນດາປະຕູເຂົ້າອອກຂອງທ່າກຳປັ່ນນ້ຳເລິກ ແລະ Logistics ສີຂຽວ, ຄວາມຮຽກຮ້ອງຕ້ອງເຊື່ອມຕໍ່ພື້ນຖານໂຄງລ່າງ, ເຕັກໂນໂລຢີ ແລະ ຂໍ້ມູນ.
Logistics ສີຂຽວ ບໍ່ພຽງແຕ່ຢຸດຢູ່ການນຳໃຊ້ພາຫະນະປ່ອຍອາຍພິດໜ້ອຍ ຫຼື ວັດຖຸອຸປະກອນທີ່ເປັນມິດກັບສິ່ງແວດລ້ອມເທົ່ານັ້ນ ຫາກບັນຫາໃຫຍ່ກວ່າແມ່ນການຈັດຕັ້ງຄືນລະບົບສະໜອງທັງໝົດ, ຈາກຂັ້ນຜະລິດ, ສາງສິນຄ້າ ໄປຮອດທ່າກຳປັ່ນ ແລະ ການຂົນສົ່ງ, ເພື່ອແນໃສ່ຈຳກັດ ບັນດາຂັ້ນຕອນເຄື່ອນໄຫວທີ່ມີປະສິດທິຜົນຕ່ຳ, ຊ່ວຍຫຼຸດຜ່ອນຄ່າໃຊ້ຈ່າຍ ແລະ ນຳໃຊ້ແຫຼ່ງກຳລັງໃຫ້ເປັນຢ່າງດີກວ່າ. ທ່ານ ບຸ່ຍບາງຽມ, ນັກວິຊາການຂັ້ນສູງກົມສົ່ງອອກນຳເຂົ້າ, ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໃຫ້ຮູ້ວ່າ:
ພາຍຫຼັງອອກແບບພວກເຮົາຕ້ອງກຳນົດຕົວເລກເບື້ອງຕົ້ນ, ບັນດາຫົວໜ່ວຍປະຕິບັດ ແລະ ກຳນົດເວລາການຕີລາຄາໝາກຜົນ ຕ້ອງໄດ້ຮັບການວັດແທກດ້ວຍການປ່ອຍອາຍພິດພະລັງງານ, ການຊົມໃຊ້, ຄ່າໃຊ້ຈ່າຍ ຕາມສິນຄ້າທີ່ຜະລິດມາໄດ້ ແລະ ອັດຕາຖືກຕ້ອງຕາມເວລາກຳນົດ. ຂໍ້ມູນດີຈີຕອນຮັບໃຊ້ການຕິດຕາມບັນດາດັດຊະນີນີ້ພາຍຫຼັງການທົດລອງ, ພວກເຮົາຕ້ອງປະກາດວິທີການ ແລະ ຕີລາຄາສັງລວມເພື່ອເຮັດແນວໃດໃຫ້ເລືອກໄດ້ມາດຕະການທະວີຄູນໃນວົງກວ້າງ.
