ວັນ​ທີ 30 ສິງ​ຫ​າ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ Vladimir Putin ໄດ້​ສົ່ງ​ຄຳ​ອວຍ​ພອນ​ໄປ​ຍັງ​ບັນ​ດາ​ຜູ້​ແທນ, ຜູ້​ຈັດ​ຕັ້ງ ແລະ ແຂກ​ຖືກ​ເຊີນ​ຂອງ​ອົງ​ການ​ເສດ​ຖະ​ກິດ​ທາງ​ທິດ​ຕ​າ​ເວັນ​ອອກ 2026 (EEF 2026), ທີ່​ໄດ້​ຈັດ​ຂຶ້ນ​ຢູ່ Vladivostok ແຕ່​ວັນ​ທີ 1 ຫາ​ວັນ​ທີ 4 ກັ​ນ​ຍາ. ການ​ນຳ​ລັດ​ເຊຍ ເນັ້ນ​ໜັກ​ວ່າ ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ທາງ​ທິດ​ຕ​າ​ເວັນ​ອອກ​ໄດ້​ກາຍ​ເປັນ​ພື້ນ​ຖານ​ເອ​ກະ​ລາດ​ເພື່ອ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບັນ​ດາ​ທິດ​ທາງ​ພັດ​ທະ​ນາ​ຍຸດ​ທະ​ສາດ​ຫ້​ແກ່​ເຂດ​ຕາ​ເວັນ​ອອກ​ໄກ ແລະ ທົ່ວ​ປະ​ເທດ​ລັດ​ເຊຍ, ກໍ່​ຄື​ເພື່ອ​ສ້າງ​ຕັ້ງ ແລະ ເພີ່ມ​ທະ​ວີ​ການ​ພົວ​ພັນ​ຕ່າງ​ຝ່າຍ​ຕ່າ​ງ​ມີ​ຜົນ​ປະ​ໂຫຍດກັບ​ບັນ​ດາ​ຄູ່​ຮ່ວມ​ມື​ຈາກ​ພາກ​ພື້ນ​ອາ​ຊີ ປາ​ຊີ​ຟິກ ໃນ​ຂົງ​ເຂດ logistics, ອຸດ​ສາ​ຫະ​ກຳ, ພະ​ລັງ​ງານ ແລະ ມີຫຼາຍ​ຂົງ​ເຂດ​ເສ​ດ​ຖະ​ກິດ​ອື່​ນໆ. ທ່ານ​ປະ​ທາ​ນາ​ທິ​ດີ ລັດ​ເຊຍ ເຊື່ອ​ໝັ້ນ​ວ່າ, ບັນ​ດາ​ສະ​ມາ​ຊິກ​ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ ທາງ​ທິດ​ຕ​າ​ເວັນ​ອອກຄັ້ງ​ນີ້ ຈະ​ສະ​ເໜີ​ບັນ​ດາ​ມາດ​ຕະ​ການ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ເພື່ອ​ແນ​ໃສ່​ສ້າງ​ໂອ​ກາດ​ດຳ​ເນີນ​ທຸ​ລະ​ກິດ​ໃໝ່, ຍົກ​ສູງ​ຄຸນ​ນະ​ພາບ​ການ​ດຳ​ລົງ​ຊີ​ວິດ​ຂອງ​ປະ​ຊາ​ຊົນ ແລະ ເຮັດ​ໃຫ້​ບັນດານະ​ຄອນ, ໝູ່​ບ້ານຢູ່​ເຂດ​ທາງ​ທິດ​ເວັນ​ອອກ​ໄກ​ມີ​ຄວາມ​ສະ​ດວກ ແລະ ທັນ​ສະ​ໄໝ​ກ່​ວາ​ເກົ່າ.