ໃນວາລະຄົບຄະນະ, ນັກປະຖະກະຖາໄດ້ສຸມໃສ່ບັນດາບົດລາຍງານຄື: ກອບນະໂຍບາຍຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມແບບຍືນຍົງ ຕິດພັນກັບຍຸດທະສາດປ້ອງກັນ, ຕ້ານໂລກລະບາດໂຄວິດ - 19; ອະນາຄົດເສດຖະກິດທົ່ວໂລກ ຫຼັງໂລກລະບາດໂຄວິດ - 19 ແລະ ເຈາະຈີ້ມນະໂຍບາຍສຳລັບ ຫວຽດນາມ; ປ່ຽນແປງໃໝ່ປະດິດຄິດສ້າງ - ຂໍ້ກຸນແຈຟື້ນຟູ ແລະ ພັດທະນາເສດຖະກິດໄລຍະຫຼັງໂລກລະບາດ ໂຄວິດ - 19…

ໃນຂອບເຂດເວທີປາໄສ ຍັງດຳເນີນຫຼາຍການໂອ້ລົມສົນທະນາຂັ້ນສູງ ໂດຍມີການເຂົ້າຮ່ວມແລກປ່ຽນປຶກສາຫາລືຂອງການນຳບັນດາກະຊວງ, ຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນ, ວິສາຫະກິດພ້ອມດ້ວຍນັກຊ່ຽວຊານພາຍໃນປະເທດ ແລະ ສາກົນ.