ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ເຂດ​ພິ​ເສດ ເວິນ​ດົນ, ແຂວງ​ກ໋​ວາງ​ນິງ ຫາ​ກໍ່​ປະ​ກາດ​ໃຊ້​ວິ​ທິ​ການ​ທົດ​ລອງ​ພັດ​ທະ​ນາ​ຮູບ​ແບບ​ການ​ທ່ອງ​ທ່ຽວ​ຊີ​ວະ​ພາບ​ເຂດ​ທະ​ເລ​ໝູ່​ເກາະ​ຕິດ​ພັນ​ກັບ​ການ​ປູກ​ລ້ຽງ​ສິນ​ໃນ​ນ້ຳ ໃນ​ປີ 2026, ນຳ​ບັນ​ດາ​ເຂດ​ປູກ​ລ້ຽງ​ກາຍ​ເປັນ​ສະ​ຖານ​ທີ່​ທ່ອງ​ທ່ຽວ, ລົງ​ຕົວ​ຈິງ​ໃຫ້​ແກ່​ແຂກ​ທ່ອງ​ທ່ຽວ.

ຕາມ​ນັ້ນ​ແລ້ວ, ຮູບ​ແບບ​ນີ້​ຈະ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ຢູ່ 16 ເຂດ​ປູກ​ລ້ຽງ ສິນ​ໃນ​ນ້ຳ​ໃນ​ບໍ​ລິ​ເວນ. ມາ​ແຫ່ງ​ນີ້, ແຂກ​ທ່ອງ​ທ່ຽວ​ບໍ່​ພຽງ​ແຕ່​ໄດ້​ຮັບ​ຊົມ​ບັນ​ດາ​ເຂດ​ປູກ​ລ້ຽງ​ຢູ່​ທະ​ເລ​ທີ່​ນຳ​ໃຊ້​ເຕ​ັກ​ໂນ​ໂລ​ຢີ​ສູງ​ເທົ່າ​ນັ້ນ ຫາກ​ຍັງ​ໄດ້​ເກັບ​ກຳ​ສິນ​ໃນ​ນ້ຳ​ໂດຍ​ກົງ, ທົດ​ລອງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ຊາວ​ປະ​ມົງ ແລະ ເຂົ້າ​ຮ່ວມ​ບັນ​ດາ​ກິດ​ຈະ​ກຳ​ຕ່າງໆ, ຄື ພາຍ​ເຮືອ kayak, ພາຍ SUP ແລະ ອາບ​ນ້ຳ​ທະ​ເລ. ໜຶ່ງ​ໃນ​ບັນ​ດາ​ຈຸດ​ເນັ້ນ​ຂອງ​ລາຍ​ການ​ແມ່ນ​ການ​ສ້າງ​ເຮືອ​ນ​ແພແບບ​ຢ່າງ​ແຕ່ 8 – 10 ຫຼັງ​ທີ່​ໄດ້​ຮັບ​ການ​ລົງ​ທຶນ​ຢ່າງ​ຄົບ​ຊຸດ, ນຳ​ໃຊ້​ວັດ​ຖຸ​ດິບ​ເປັນ​ມິດ​ກັບ​ສິ່ງ​ແວດ​ລ້ອມ, ຄ່ອຍໆ​ສ້າງ​ຜະ​ລິດ​ຕະ​ພັນ​ການ​ທ່ອງ​ທ່ຽວ​ສີ​ຂຽວ​ຕິດ​ພັນ​ກັບ​ການ​ລ້ຽງ​ຢູ່​ທະ​ເລເທື່ອ​ລະ​ກ້າວ. ທ່ານ​ດ່າວ​ວັນ​ຫວູ້, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ ເຂດ​ພິ​ເສດ ເວິນ​ດົນ ໃຫ້​ຮູ້​ວ່າ:

ເວິນ​ດົນ ກຳ​ນົດ​ພັດ​ທະ​ນາ​ເສດ​ຖະ​ກິດ​ທະ​ເລ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ໜ້າ​ທີ່​ສຳ​ຄັນ​ທີ່​ສຸດ. ພວກ​ຂ້າ​ພະ​ເຈົ້າ​ໄດ້​ປະ​ສານ​ສົມ​ທົບ​ກັບ​ບັນ​ດາ​ອົງ​ການ​ທີ່​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ເພື່ອ​ສຳຫຼວດກວດ​ຄືນ, ປັບ​ປຸງ​ແຜນ​ຜັງ​ກຳ​ນົດ​ລວມ​ເຂດ​ເສດ​ຖະ​ກິດ​ເວິນ​ດົນ, ກໍ່​ຄື​ກຳ​ນົດ​ການ​ວາງ​ແຜນ​ຜັງ​ສະ​ຖານ​ທີ່​ທະ​ເລ​ເໝາະ​ສົມ​ກັບ​ຂໍ້​ຕົກ​ລົງ​ເລກ​ທີ 80 ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ. ບົນ​ພື້ນ​ຖານ​ນັ້ນ, ທາງ​ທ້ອ​ງ​ຖິ່ນ​ໄດ້​ກຳ​ນົດ​ການ​ພັດ​ທະ​ນາ​ບັນ​ດາ​ເຂດ​ທ່ອງ​ທ່ຽວ​, ເຂດ​ການ​ບໍ​ລິ​ການ​ມີ​ຄຸນ​ນະ​ພາບ​ສູງ ແລະ ເຂດ​ປູກລ້ຽງຢູ່​ທະ​ເລ​ທີ່​ນຳ​ໃຊ້​ເຕັກ​ໂນ​ໂລ​ຢີ​ສູງ​ພ້ອມ​ກັນ, ສອດ​ຄ່ອງ​ກັບ​ທ່າ​ອ່ຽງ​ພັດ​ທ​ະ​ນາ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

ການ​ທົດ​ລອງ​ບໍ່​ພຽງ​ແຕ່​ປະ​ກອບ​ສ່ວນ​ຫັນ​ຜະ​ລິດ​ຕະ​ພັນ​ການ​ທ່ອງ​ທ່ຽວ​ເປັນຫຼາຍ​ຮູບ​ແບບ​ເທົ່າ​ນັ້ນ ຫາກ​ຍັງ​ເປີດ​ທິດ​ທາງ​ພັດ​ທະ​ນາ​ເສດ​ຖະ​ກິດ​ໃຫ້​ແກ່​ປະ​ຊາ​ຊົນ​ແຄມ​ທະ​ເລ​ຢູ່​ເຂດ​ພິ​ເສດ​ເວິນ​ດົນ​, ຕິດ​ພັນ​ກັບ​ການ​ຂຸດ​ຄົ້​ນ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ, ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ ແລະ ພັດ​ທ​ະ​ນາ​ແບບ​ຍື​ນ​ຍົງ​ອີກ​ດ້ວຍ.