ວັນທີ 26 ຕຸລາ, ເວທີປາໄສເສດຖະກິດລະດູໃບໄມ້ຫຼົ່ນ 2026 - ການເຕົ້າໂຮມຂອງບັນດາຂົ້ວເຕີບໂຕໃໝ່ທົ່ວໂລກດ້ວຍຫົວຂໍ້ “ຈິດໃຈຮ່ວມມືໃນສັງກາດໃໝ່” ໄດ້ໄຂຂຶ້ນຢູ່ນະຄອນ ໂຮ່ຈີມິນ. ໂດຍດຳເນີນໃນວັນທີ 26 – 29 ຕຸລາ, ເວທີປາໄສເຕົ້າໂຮມຜູ້ແທນປະມານ 1.500 ທ່ານ ທັງຢູ່ພາຍໃນປະເທດ ແລະ ສາກົນເຂົ້າຮ່ວມບັນດາວາລະປຶກສາຫາລື, ໂອ້ລົມສົນທະນາສຸມໃສ່ເຂົ້າບັນດາຫົວຂໍ້: “ການຫັນປ່ຽນຮູບແບບການເຕີບໂຕ, ສ້າງລະບອບລະບຽບການໃຫ້ສົມບູນແບບ, ການເງິນ, ເຕັກໂນໂລຢີຍຸດທະສາດ ແລະ ນະວັດຕະກຳ, ໃນນັ້ນ ມີປັນຍາປະດິດ, ເສດຖະກິດໝູນວຽນ, logistics ສີຂຽວ ແລະ ການພັດທະນາສູນການເງິນສາກົນ. ທ່ານ ເລເຈື່ອງຢຸຍ, ຜູ້ອຳນວຍການສູນການປະຕິວັດອຸດສາຫະກຳຄັ້ງທີ 4 ຢູ່ນະຄອນ ໂຮ່ຈີມິນ (HCMC C4IR), ຜູ້ຕາງໜ້າຄະນະຈັດຕັ້ງ ໃຫ້ຮູ້ວ່າ ຈຸດພົ້ນເດັ່ນຂອງເວທີປາໄສປີນີ້ແມ່ນການຮ່ວມ Brand ຂອງເວທີປາໄສເສດຖະກິດ ໂລກ (WEF) ໃນສອງວັນ ຄືວັນທີ 27 - 28 ຕຸລາ.
ນີ້ແມ່ນບາດກ້າວເດີນສຳຄັນທີ່ສຸດໃນການຮ່ວມມືລະຫວ່າງນະຄອນ ໂຮ່ຈີມິນ ເວົ້າສະເພາະ, ຫວຽດນາມ ເວົ້າລວມ ກັບເວທີປາໄສເສດຖະກິດໂລກ. ນີ້ແມ່ນຮູບແບບເບິ່ງຄືວ່າທຳອິດໃນໂລກ. ເວທີປາໄສເສດຖະກິດໂລກແມ່ນໜຶ່ງໃນບັນດາພື້ນຖານເພື່ອໃຫ້ພວກເຮົາເຊື່ອມຕໍ່ກັບບັນດາຄູ່ຮ່ວມມືທົ່ວໂລກ, ຊຸກຍູ້ບັນດາຮູບແບບການຮ່ວມມື ພາກລັດ - ເອກະຊົນ, ເອກະຊົນ - ເອກະຊົນ ແລະ ລັດ - ລັດ.
