ຕອນ​ບ່າຍ​ວັນ​ທີ 24 ພຶດ​ສະ​ພາ, ຢູ່​ນະ​ຄອ​ນ​ຫຼວງ ໂຕ​ກຽວ, ປະ​ເທດ ຍີ່​ປຸ່ນ, ສະ​ມາ​ຄົມ​ວັດ​ທະ​ນະ​ທຳ​ສິ​ລະ​ປະ​ທີ່​ເປັນ​ມູນ​ເຊື້ອ ຫວຽດ​ນາມ ປະ​ຈຳ ຍີ່​ປຸ່ນ (BETORAKU) ໄດ້​ຈັດ​ເວ​ທີ​ປາ​ໄສ “ຂົ​ວ​ເຊື່ອມ​ຕໍ່​ວັດ​ທະ​ນະ​ທຳ ຫວຽດ​ນາມ ຢູ່ ຍີ່​ປຸ່ນ” ດ້ວຍ​ຫົວ​ຂໍ້ “ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ຮ່ວມ​ແຮງ​ຮ່ວມ​ໃຈ - ເຊີດ​ຊູ​ການ​ອຸ​ທິດ​ສ່ວນ”, ຕາມ 2 ຮູບ​ແບບ​ເຊິງ​ໜ້າ ແລະ ທາງ​ໄກ.

​ເວ​ທີ​ປາ​ໄສ​ດັ່ງ​ກ່າ​ວ​ແມ່ນ​ໂອ​ກາດ​ເພື່ອ​ດຳ​ເນີນ​ການ​ສົນ​ທະ​ນາ ແລະ ໄດ້​ພົບ​ປະ​ແລກ​ປ່ຽນໂດຍ​ກົງ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ຮີ​ບ​ເຮັງ​ທີ່​ສຸດ​ຂອງ​ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່ ຍີ່​ປຸ່ນ. ທ່ານ ຟ້າມກວາງ​ຮ້ຽວ, ເອກ​ອັກ​ຄະ​ລັດ​ຖະ​ທ​ູດ ຫວຽດ​ນາມ ປະ​ຈຳ ຍີ່​ປຸ່ນ ເນັ້ນ​ໜັກ​ວ່າ:

“ນັບ​​ທັງໃນ​ອະ​ດີດ​ຕະ​ການ, ປັດ​ໃຈ​ວັດ​ທະ​ນະ​ທຳ​ໄດ້​ຊ່ວຍ​ໃຫ້ 2 ປະ​ເທດ, 2 ຊາດ​ມີ​ຄວາມ​ໃກ້​ຊິດກວ່າ. ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ ໃນ​ອະ​ນາ​ຄົດ, ຂົວ​ເຊື່ອມ​ຕໍ່​ດ້ານ​ວັດ​ທະ​ນະ​ທຳ, ຄວາມ​ຄ້າຍ​ຄື​ກັນ​ທາງ​ດ້ານ​ວັດ​ທະ​ນະ​ທຳ ກໍ່​ຈະ​ຊ່ວຍ​ໃຫ້​ການ​ພົວ​ພັນ​ຂອງ 2 ປະ​ເທດ​ເລິກ​ເຊິ່ງ, ໄປ​ໄກ​ກວ່າ”.

ໃນ​ຂອບ​ເຂດ​ເຫດ​ການ, ສະ​ມາ​ຄົມ​ວັດ​ທະ​ນະ​ທຳ​ສິ​ລະ​ປະ​ທີ່​ເປັນ​ມູນ​ເຊື້ອ ຫວຽດ​ນາມ ປະ​ຈຳ ຍີ່​ປຸ່ນ ໄດ້​ປະ​ກາ​ດ​ຍຸດ​ທະ​ສາດ​ພັດ​ທະ​ນາ 2026 – 2027.