ຜູ້ວ່າການທະນາຄານປະຊາຊົນຈີນ ທ່ານ ອີຈາງ (ພາບ:AFP/TTXVN) |
ປະເທດນີ້ ຈະສືບຕໍ່ຮັກສານະໂຍບາຍເງິນຕາຢ່າງລະມັດລະວັງ ແລະ ຍາມໃດກໍ່ພ້ອມແລ້ວທີ່ຈະມີແຜນການໃຫ້ບັນດາພື້ນຖານເສດຖະກິດໃຫຍ່ອື່ນໆໃນໂລກ ຫັນນະໂຍບາຍເງິນຕາເປັນປົກກະຕິ.
ແລະກໍ່ໃນເວທີປາໄສອາຊີ ໂປອາວ, ທ່ານ ອີຈາງ ໄດ້ແຈ້ງໃຫ້ຊາບລາຍລະອຽດບັນດາມາດຕະການ ແລະ ຕາຕະລາງປະຕິບັດເປີດປະຕູຕະຫລາດການເງິນ ຈີນ. ຕາມນັ້ນແລ້ວ, ໃນປີ 2018, ຈີນ ຈະສົ່ງເສີມບັນດານັກລົງທຶນຕ່າງປະເທດເຂົ້າຮ່ວມໃນບັນດາຂົງເຂດຄື: ໃຫ້ເຊົ່າທາງການເງິນ, ການເງິນອັດຕະໂນມັດ ແລະ ໃຫ້ກູ້ຢືມເງິນເພື່ອໃຊ້ຈ່າຍ

