(ພາບປະກອບ)

ທີ່ເວທີປາໄສນີ້, ນັກຊ່ຽວຊານບາງທ່ານໄດ້ຖືວ່າ: ພື້ນຖານເສດຖະກິດ ຫວຽດນາມ ໃນຊຸມເດືອນຕົ້ນປີ 2019 ຫລຸດລົງເມື່ອທຽບໃສ່ປີ 2018 ຍ້ອນວ່າ ຫວຽດນາມ ພວມສຸມໃສ່ເຂົ້າໃນການລົງທຶນສາທາລະນະຫລາຍໂພດ. ທ່ານ ຫງວຽນດຶກກຽນ, ຮອງຫົວໜ້າກຳມາທິການເສດຖະກິດຂອງສະພາແຫ່ງຊາດ ຫວຽດນາມ ໃຫ້ຮູ້ວ່າ:

ສະພາບເສດຖະກິດຂອງ ຫວຽດນາມ ໃນ 9 ເດືອນປີນີ້ ຍັງຄົງເຕີບໂຕພໍສົມຄວນ ແຕ່ບັນດາຜູ້ເຮັດວຽກງານຄົ້ນຄວ້າ ໄດ້ຍົກອອກມາບັນດາຕົວເລກຄາດໝາຍ ເພື່ອຊ່ວຍໃຫ້ສະມາຊິກສະພາແຫ່ງຊາດປຶກສາຫາລື. ຕົວຢ່າງຄື ພວກເຮົາເຫັນລະດັບຄວາມໄວການເຕີບໂຕ ບັນລຸໄດ້ລະດັບຄືພວກເຮົາວາງອອກ ແລະ ແມ່ນ top ສູງຂອງບັນດາປະເທດໃນພາກພື້ນ ອາຊີ ແລ້ວ.