ມີຄົນເຂົ້າຮ່ວມເກືອບ 1000 ຄົນ, ໃນນັ້ນມີບັນດານັກບັນລະຍາຍ, ນັກວິທະຍາສາດທີ່ມີຊື່ສຽງຂອງ ຫວຽດນາມ ໃນຂົງເຂດຕ່າງໆ, ປະລິນຍາເອກເປັນຊາວ ຫວຽດນາມ ຢູ່ບັນດາມະຫາວິທະຍາໄລໃຫຍ່ຂອງ ຍີ່ປຸ່ນ, ຜູ້ຕາງໜ້າບາງກະຊວງ, ຄະນະ, ຂະແໜງການ…ກໍ່ໄດ້ເຂົ້າຮ່ວມ.
ເວທີປາໄສປັນຍາຊົນ ຫວຽດນາມ ເປັນຄັ້ງທຳອິດໄດ້ຈັດຕັ້ງຢູ່ ຍີ່ປຸ່ນ ດ້ວຍຂອບຂະໜາດໃຫຍ່ |
ດ້ວຍ 10 ຫົວເລື່ອງສະເພາະທີ່ກ່ຽວຂ້ອງເຖິງບັນດາຂົງເຂດຕ່າງໆໄດ້ນຳມາປຶກສາຫາລືຄື: ຂໍ້ມູນ (bigdata), ການປະຕິວັດອຸດສາຫະກຳ 4.0 ແລະ ເຕັກໂນໂລຊີຂໍ້ມູນຂ່າວສານ ຫວຽດນາມ…ໄດ້ຊ່ວຍໃຫ້ຜູ້ເຂົ້າຮ່ວມມີຄວາມເຂົ້າໃຈລະອຽດແຈ້ງກ່ວາກ່ຽວກັບບັນດາກາລະໂອກາດ ແລະ ສິ່ງທ້າທາຍ ເຊິ່ງພື້ນຖານເສດຖະກິດ - ສັງຄົມ ຫວຽດນາມ ພວມປະເຊີນໜ້າ ກໍ່ຄືແບ່ງປັນບັນດາບົດຮຽນທີ່ປະສົບຜົນສຳເລັດຈາກ ຍີ່ປຸ່ນ.

