ທ່ານ Friedrich Merz ນາຍົກລັດຖະມົນຕີ ເຢຍລະມັນ ແລະ ທ່ານ Emmanuel Macron ປະທານາທິບໍດີ ຝລັ່ງ ໄດ້ສະເໜີເອກະສານຫຼັກໝັ້ນລວມ, ໃນນັ້ນ ຍົກອອກຂໍ້ສະເໜີຫັນວິວັດທະນາການເຈລະຈາເຂົ້າຮ່ວມ EU ເປັນງ່າຍດາຍ ສຳລັບບັນດາປະເທດ ບານການ ຕາເວັນຕົກ ກໍຄື ມົນໂດວາ. ຕາມເອກະສານສະບັບດັ່ງກ່າວແລ້ວ, EU ແລະ ບັນດາປະເທດອອກສະໝັກຮັບເລືອກຕັ້ງຕ້ອງ “ສຸມໃສ່ການປະຕິຮູບຢ່າງແທ້ຈິງ ແທນໃຫ້ບັນດາຂັ້ນຕອນລະບຽບການ” ແລະ ຕ້ອງເພີ່ມກຳລັງໜູນໃໝ່ໃຫ້ແກ່ນະໂຍບາຍຂະຫຍາຍ EU.
ຂໍ້ລິເລີ່ມຂອງ ເຢັຍລະມັນ ແລະ ຝລັ່ງ ມຸ່ງໄປເຖິງການສົ່ງເສີມບັນດາປະເທດອອກສະໝັກຮັບເລືອກຕັ້ງໃນການຍູ້ໄວການປະຕິຮູບ. ເມື່ອສຳເລັດມາດຕະຖານຈຳນວນໃດໜຶ່ງແລ້ວ, ບັນດາປະເທດເຫຼົ່ານັ້ນ ອາດຈະໄດ້ເຂົ້າເຖິງຕະຫຼາດລວມ EU ຫຼືສົ່ງຜູ້ສັງເກດການເຂົ້າຮ່ວມບັນດາອົງການຂອງ EU ໃນວິວັດການເຈລະຈາເຂົ້າເປັນສະມາຊິກໃນທັນທີ.
