ທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ Angela Merkel ແລະ ທ່ານນາຍົກລັດຖະມົນຕີ ອິດສະລາແອັນ Naftali Bennett (ພາບ: TTXVN)

ກ່າວຄຳເຫັນທີ່ກອງປະຊຸມລັດຖະບານ ອິດສະລາແອນ ໃນຖານະແມ່ນແຂກຖືກເຊີນ, ທ່ານນາງ Angela Merkel ເນັ້ນໜັ້ກວ່າ ການພົວພັນລະຫວ່າງ ເຢຍລະມັນ ແລະ ອິດສະລາແອັນ ບໍ່ພຽງແຕ່ກ່ຽວຂ້ອງເຖິງບັນດາບັນຫາໃນອະດີດຕະການ ເທົ່ານັ້ນ, ຫາກຍັງກ່ຽວຂ້ອງເຖິງວິໄສທັດໃນອະນາຄົດລະຫວ່າງສອງປະເທດອີກດ້ວຍ.

ທີ່ການປະຊຸມຖະແຫຼງຂ່າວລວມ, ທ່ານນາຍົກລັດຖະມົນຕີ ອິດສະລາແອັນ Naftali Bennett ຢັ້ງຢືນວ່າ ການພົວພັນສອງຝ່າຍ ລະຫວ່າງ ອິດສະລາແອັນ ແລະ ເຢຍລະມັນ ໄດ້ພັດທະນາຢູ່ລະດັບສູງທີ່ສຸດ ໃນໄລຍະການນຳພາຂອງ ທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ Angela Merkel. ໃນໄລຍະຈະມາເຖິງ, ອິດສະລາແອັນມີຄວາມ ປາດຖະໜາ ຢາກເພີ່ມທະວີການພົວພັນ ກັບ ເຢຍລະມັນໃນບັນດາຂົງເຂດດ້ານເສດຖະກິດ, ວິທະຍາສາດ, ການສຶກສາ, ສາທາລະນະສຸກ ແລະ ຄວາມໝັ້ນຄົງ.