ເຮືອທ່ອງທ່ຽວຂອງເຈົ້າຂອງທິມບານເຕະ Tottenham Hotspur |
Ba Na Hills ແມ່ນສະຖານທີ່ໄປຢ້ຽມຊົມທີ 2 ໃນການຢ້ຽມຢາມນະຄອນແຄມຝັ່ງແມ່ນ້ຳ ຮ່ານ, ກ່ອນໜ້ານັ້ນ, ທ່ານ Joe Lewis ກໍ່ເລາະໄປຢ້ຽມຊົມຕະຫລາດກາງຄືນ ເຊີນຈາ.
ຕາມລາຍການທ່ອງທ່ຽວແລ້ວ, ພາຍຫລັງອອກຈາກ ດ່າໜັງ, ຄາດວ່າ ທ່ານ Joe Lewis ຈະແວ່ຢາມຄຸ້ມເມືອງເກົ່າ ໂຫ້ຍອານ ແລະ ຫລັງຈາກນັ້ນ ຈະໄປ ຮ້າລອງ (ແຂວງ ກ໋ວາງນິງ) ດ້ວຍເຮືອທ່ອງທ່ຽວທີ່ມີມູນຄ່າ 150 ລ້ານ USD ຂອງຕົນ. ຄາດວ່າ ເຮືອທ່ອງທ່ຽວລຳດັ່ງກ່າວຂອງມະຫາເສດຖີ Joe Lewis ຈະເຂົ້າທ່າກ່ຳປັ່ນທ່ອງທ່ຽວສາກົນ ຫ້າລອງ ໃນວັນທີ 16 ພຶດສະພາ.

