ວັນທີ 8 ກັນຍາ, ເຮືອລຳໜຶ່ງຂົນສົ່ງແຂກທ່ອງທ່ຽວຖືກຈົມນ້ຳຢູ່ທະເລ ແຄມຝັ່ງ Belem ຢູ່ທາງທິດເໜືອຂອງ ບຣາຊິນ, ເຮັດໃຫ້ 14 ຄົນເສຍຊີວິດ ແລະ 26 ຄົນຫາຍສາບສູນ. ບັນດາເຈົ້າໜ້າທີ່ຂອງລັດ Para ທາງທິດເໜືອປະເທດນີ້ ໃຫ້ຮູ້ວ່າ ບໍລິສັດເຄື່ອນໄຫວເຮືອບໍ່ມີເອກະສານທີ່ເໝາະສົມ, ພ້ອມທັງໃຫ້ຮູ້ວ່າເຮືອລຳດັ່ງກ່າວມີທັງໝົດ 70 ຄົນ ແລະ ໃນນັ້ນ ມີ 30 ຄົນໄດ້ຮັບການກູ້ເອົາຊີວິດຢ່າງປອດໄພ.
ເຮືອຖືກຈົມນ້ຳເຮັດໃຫ້ມີຜູ້ຫາຍສາບສູນ ແລະ ເສຍຊີວິດ ຢ່າງໜ້ອຍສຸດ 40 ຢູ່ບຣາຊິນ
(VOVWORLD) - ບັນດາເຈົ້າທີ່ຂອງລັດ Para ທາງທິດເໜືອປະເທດນີ້ ໃຫ້ຮູ້ວ່າ ບໍລິສັດເຄື່ອນໄຫວເຮືອບໍ່ມີເອກະສານທີ່ເໝາະສົມ, ພ້ອມທັງໃຫ້ຮູ້ວ່າເຮືອລຳດັ່ງກ່າວມີທັງໝົດ 70 ຄົນ ແລະ ໃນນັ້ນ ມີ 30 ຄົນໄດ້ຮັບການກູ້ເອົາຊີວິດຢ່າງປອດໄພ.
