ກ່ຽວກັບສະພາບການຢູ່ ຊີຣີ, ໃນນັ້ນ ບັນຫາຊ່ວຍເຫຼືອມະນຸດສະທຳ ແລະ ການມອບໂອນການເມືອງຢູ່ປະເທດຕາເວັນອອກກາງນີ້ ແມ່ນຈຸດສຸມຂອງການໂອ້ລົມທາງໂທລະສັບ. ທ່ານປະທານາທິບໍດີ Emmanuel Macron ຢືນຢັນຄຳໝັ້ນສັນຍາຄືນໃໝ່ ກ່ຽວກັບການເຈລະຈາປະຈຳໄລຍະ ແລະ ກົງໄປກົງມາກັບ ລັດເຊຍ. ທ່ານປະທານາທິບໍດີ Emmanuel Macron ເນັ້ນໜັກວ່າ ຝະຣັ່ງ ພ້ອມແລ້ວທີ່ຈະຮ່ວມມືກັບ ລັດເຊຍ ໃນທັນທີ, ກໍ່ຄືບັນດາສະມາຊິກທັງໝົດຂອງສະພາຄວາມໝັ້ນຄົງ ແລະ ບັນດາປະເທດມະຫາອຳນາດໃນພາກພື້ນ.
