ພາບປະກອບ/ AFP/TTXVN |
ທ່ານປະທານາທິບໍດີ Emmanuel Macron ໄດ້ຍົກອອກຄຳຖະແຫຼງນີ້ ຢູ່ກອງປະຊຸມສຳພັນທະມິດພະລັງງານແສງຕາເວັນສາກົນ (ISA) ເຊິ່ງໄດ້ດຳເນີນໃນວັນທີ 11 ມີນາ ຢູ່ນະຄອນຫລວງ New Delhi ຂອງ ອິນເດຍ. ທ່ານປະທານາທິບໍດີ Emmanuel Macron ເນັ້ນໜັກວ່າ ຝະຮັ່ງ ຈະອຸປະຖຳເງິນຕື່ມ 700 ລ້ານ ເອີໂຣ ໂດຍຜ່ານບັນດາບ້ວງເງິນໃຫ້ກູ້ຢືມ ແລະ ບ້ວງເງິນອຸປະຖຳ ເພື່ອແນໃສ່ພັດທະນາບັນດາໂຄງການພະລັງງານແສງຕາເວັນຢູ່ບັນດາປະເທດພວມພັດທະນານັບແຕ່ນີ້ຮອດປີ 2022.

