Festival ເຫ້ວ 2018 ແມ່ນແຫ່ງເຕົ້າໂຮມການພົບປະແລກສະແດງປ່ຽນສິລະປະລະຫວ່າງ ພື້ນຖານວັດທະນະທຳຂອງບັນດາປະເທດ

(ພາບ: baochinhphu.vn)

Festival ເຫ້ວ 2018 ແມ່ນແຫ່ງເຕົ້າໂຮມການພົບປະແລກສະແດງປ່ຽນສິລະປະລະຫວ່າງ ພື້ນຖານວັດທະນະທຳຂອງບັນດາປະເທດ, ເພື່ອແນໃສ່ສືບຕໍ່ຍູ້ແຮງການພົວພັນ, ພົບປະແລກປ່ຽນສາກົນ; ແນະນຳ, ໂຄສະນາບັນດາຄຸນຄ່າວັດທະນະທຳທີ່ເປັນເອກະລັກສະເພາະຂອງຫວຽດນາມ, ວັດທະນະທຳເຫ້ວ, ຍູ້ແຮງການພັດທະນາການບໍລິການ - ການທ່ອງທ່ຽວ, ພັດທະນາເສດຖະກິດ - ສັງຄົມຂອງ ເທື່ອທຽນ - ເຫ້ວ ໃນວິວັດທະນາການເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນ. Festival ເຫ້ວ 2018 ໄດ້ສຸມໃສ່ເນັ້ນໜັກກ່ຽວກັບສິ່ງຍອດຍິ່ງທາງດ້ານວັດທະນະທຳສິລະປະຂອງຫວຽດນາມ, ພິເສດແມ່ນມໍລະດົກວັດທະນະທຳເຫ້ວ ດ້ວຍມໍລະດົກໂລກ 5 ແຫ່ງ ເຊິ່ງໄດ້ຮັບການຮັບຮອງເອົາຈາກ UNESCO…