ພາຍຫຼັງ 10 ວັນທີ່ດຳເນີນຢ່າງຟົດຟື້ນ (11 – 20 ກັນຍາ), Festival ແທັງລອງ - ຮ່າໂນ້ຍ ຄັ້ງທີ II ປີ 2026 ດ້ວຍຫົວຂໍ້ “ກະແສມໍລະດົກ - Heritage Flow” ໄດ້ອັດລົງດ້ວຍລາຍການພິທີອັດວັນບຸນ Festival ທີ່ດຳເນີນໃນຕອນຄ່ຳວັນທີ 20 ກັນຍາ, ຢູ່ສະໜາມຫຼວງ ດົງກິງເຫງ້ຍຖຸກ, ຮ່າໂນ້ຍ. Festival ທັງລອງ - ຮ່າໂນ້ຍ ຄັ້ງທີ II ປີ 2026 ໄດ້ອັດລົງດ້ວຍບັນດາຂີດໝາຍທີ່ບໍ່ພຽງແຕ່ມີຂອບຂະໜາດຈັດຕັ້ງ, ຈຳນວນຜູ້ເຂົ້າຮ່ວມເປັນຈຳນວນຫຼາຍເທົ່ານັ້ນ ຫາກສຳຄັນກວ່ານັ້ນແມ່ນວິທີທີ່ມໍລະດົກໄດ້ເຊື່ອມຕໍ່ກັບສິລະປະຍຸກສະໄໝ, ການດຳລົງຊີວິດ ແລະ ການເຄື່ອນໄຫວທີ່ປະດິດຄິດສ້າງ. ຕາມນັ້ນແລ້ວ, Festival ໄດ້ຈັດກວ່າ 16 ກິດຈະກຳ, ເຕົ້າໂຮມນັກສິລະປິນ, ນັກສະແດງ ເຂົ້າຮ່ວມກວ່າ 3.000, ນັກສິລະປະການພ້ອມກັບຄະນະສິລະປະພາຍໃນປະເທດ ແລະ ສາກົນ ທີ່ມາຈາກ ສ.ເກົາຫຼີ, ອິນເດຍ ແລະ ທ້ອງຖິ່ນຈຳນວນໜຶ່ງພາຍໃນປະເທດ ກວ່າ 100 ຄົນ… ໄດ້ດຶງດູດການເຂົ້າຮ່ວມຂອງປະຊາຊົນ ແລະ ແຂກທ່ອງທ່ຽວກວ່າ 250.000 ເທື່ອຄົນ.
