Festival ທະເລ ແຄ້ງຮວ່າ 2027 ຄາດວ່າຈະມີການປ່ຽນແປງວິທີການຈັດຕັ້ງ ເຊິ່ງຈະແກ່ຍາວຕະຫຼອດໄລຍະ 4 ລະດູຂອງປີ, ແທນທີ່ສຸມໃສ່ເຂົ້າ 2 – 3 ວັນຈຸດສຸມຂອງລະດູຮ້ອນຄືເມື່ອກ່ອນ.
Festival ທະເລ ແຄ້ງຮວ່າ 2027 ມີຫົວຂໍ້ລວມແມ່ນ: “ສີ່ລະດູເຊື່ອມຕໍ່ - ຄວາມເຊື່ອໝັ້ນໜຶ່ງດຽວ”. ແຕ່ລະລະດູຂອງ Festival ພັດມີຫົວຂໍ້ສະເພາະຄື: “ລະດູບານໃໝ່ຮັບສິ່ງໂຊກລາບຈາກທະເລ”; “ທະເລເອີ້ນຫາລະດູຮ້ອນທີ່ມ່ວນຊື່ນ”, “ລະດູໃບໄໝ້ຫຼົ່ນຂອງໝາກໄມ້ຫວານ” ແລະ “ລະດູໜາວ ອົບອຸ່ນອະນາຄົດ”. ທ່ານນາງ ທ້າຍທິເລ້ຮັ່ງ, ຫົວໜ້າພະແນກວັດທະນະທຳ, ກິລາ ແລະ ການທ່ອງທ່ຽວແຂວງ ແຄ້ງຮວ່າ ໃຫ້ຮູ້ວ່າ:
ການຈັດຕັ້ງ Festival ຈະເໝາະສົມກັບເປົ້າໝ້າຍສ້າງເປົ້າໝາຍນຳ ແຄ້ງຮວ່າ ໃຫ້ກາຍເປັນທ້ອງຖິ່ນຈັດຕັ້ງເຫດການ. ບັນດາເຫດການເຊື່ອມຕໍ່ກັນສ້າງເປັນບັນຍາກາດຟົດຟື້ນມ່ວນຊື່ນໃຫ້ແກ່ການທ່ອງທ່ຽວ 4 ລະດູ. ຄວາມສະດວກຢູ່ທີ່ນີ້ແມ່ນ ແຄ້ງຮວ່າ ຈັດການທ່ອງທ່ຽວຕະຫຼອດປີ.
