Festival ທັງ​ລອງ - ຮ່າ​ໂນ້ຍ ປີ 2026 Festival ໂດຍ​ພະ​ແນກວັດ​ທະ​ນະ​ທຳ, ກິ​ລາ ແລະ ການ​ທ່ອງ​ທ່ຽວ​ນະ​ຄອນ ຮ່າ​ໂນ້ຍ​ເປັນ​ເຈົ້າ​ພາບຈັດ​ຕັ້ງ, ​ສົມ​ທົບ​ກັບ​ບັນ​ດາ​ພະ​ແນກ, ຄະ​ນະ, ຂະ​ແໜງ​ການ, ທ້ອງ​ຖິ່ນ ແລະ ຫົວ​ໜ່ວຍທີ່​ກ່ຽວ​ຂ້ອງ​​ຈັດຂຶ້ນ, ເພື່ອ​ແນ​ໃສ່​ສືບ​ຕໍ່​ເຊີດ​ຊູ, ອະ​ນຸ​ລັກ​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ບັນ​ດາ​ຄຸນ​ຄ່າ​​ມໍ​ລະ​ດົກວັດ​ທະ​ນະ​ທຳ ທັງ​ລອງ - ຮ່າ​ໂນ້ຍ. Festival ທັງ​ລອງ - ຮ່າ​ໂນ້ຍ ປີ 2026 ມີ​ການ​ເຂົ້າ​ຮ່ວມ​ຂອງ​ຄະ​ນະ​ສະ​ແດງ​ສິ​ລະ​ປະ​ສາ​ກົນ​ທີ່​ມາ​ຈາກ​ຍີ່​ປຸ່ນ, ສ.ເກົາ​ຫຼີ ແລະ ອິນ​ເດຍ. ຕອນ​ບ່າຍ​ວັນ​ທີ 20 ສິງ​ຫາ, ຢູ່​ຮ່າ​ໂນ້ຍ, ກ່າວ​ຄຳ​ເຫັນ​ທີ່​ການ​ຖະ​ແຫຼງ​ຂ່າວ​ແນະ​ນຳ Festival ທັງ​ລອງ - ຮ່າ​ໂນ້ຍ ຄັ້ງ​ທີ II 2026, ທ່ານ​ນາງ ເລ​ທິ​ມາຍ, ຮອງ​ຫົວ​ໜ້າ​ພະ​ແນກວັດ​ທະ​ນະ​ທຳ, ກິ​ລາ ແລະ ການ​ທ່ອງ​ທ່ຽວ​ນະ​ຄອນ ຮ່າ​ໂນ້ຍ ໃຫ້​ຮູ້​ວ່າ:

Festival ປີ​ນີ້ມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນ​ດາ​ຄະ​ນະ​ສະ​ແດງ​ສິ​ລະ​ປະ​ສາ​ກົນ​ພ້ອມ​ກັບ​ຄະ​ນະ​ສະ​ແດງ​ສິ​ລະ​ປະ​ທີ່ມາ​ຈາກຫຼາຍ​ແຂວງ, ນະ​ຄອນ​ພາຍ​ໃນ​ປະ​ເທດ. ບັນ​ດາ​ລາຍ​ການ​ພົບ​ປະ​ແລກ​ປ່ຽນ​ສິ​ລະ​ປະ​ສາ​ກົນ, ສິ​ລະ​ປະ​ດົນ​ຕີ​ໄວ​ໜຸ່ມ, ແຟ​ຊັ່ນ ແລະ ບັນ​ດາ​ກິ​ດ​ຈະ​ກຳ​ສະ​ແດງ​ຈະ​ສ້າງເປັນ​ບັນ​ດາ​ສະ​ຖານ​ທີ່​ພົບ​ປະ​ແລກ​ປ່ຽນ​ລະ​ຫວ່າງວັດ​ທະ​ນະ​ທຳ​ຮ່າ​ໂນ້ຍ ​ແລະ ເພື່ອນ​ມິດ​ສາກົນ.