(ພາບປະກອບ)

ໂຄງການນີ້ ໂດຍສະຫະພັນບານເຕະໂລກໄດ້ໝູນໃຊ້ການທົດລອງຢູ່ 12 ປະເທດໃນໂລກ, ໃນນັ້ນ ຢູ່ ອາຊີ ມີພຽງແຕ່ 2 ປະເທດໄດ້ຮັບການເລືອກເຟັ້ນເຂົ້າຮ່ວມ ລວມມີ ຫວຽດນາມ ແລະ ບາເຣັນ ເທົ່ານັ້ນ. ທ່ານນາງ Belinda Wilson ເນັ້ນໜັກວ່າ: ນີ້ແມ່ນໂຄງການສຳຄັນ ດ້ວຍຍຸດທະສາດພັດທະນາບານເຕະຍິງຂອງສະຫະພັນບານເຕະໂລກ ແລະ ບັນດາສະຫະພັນບານເຕະສະມາຊິກເວົ້າສະເພາະ. ຖ້າຫາກຜັນຂະຫຍາຍສຳເລັດຜົນ ໂຄງການຈະໄດ້ແຜ່ຂະຫຍາຍອອກສູ່ຫລາຍປະເທດອື່ນໆຢ່າງກ້ວາງຂວາງ.

ຊ່ຽວຊານບານເຕະຍິງຂອງສະຫະພັນບານເຕະໂລກຕີລາຄາສູງຄວາມສາມາດບົ່ມຊ້ອນການພັດທະນາຂອງບານເຕະຍິງ ຫວຽດນາມ, ເປັນຕົ້ນ ແມ່ນບັນດາທິມບານເຕະໜຸ່ມ ບັນລຸໄດ້ບາງລາງວັນຢູ່ການແຂ່ງຂັນລະດັບພາກພື້ນ.