(ພາບ: REUTERS)
ທ່ານ Gianni Infantino, ປະທານສະຫະພັນບານເຕະໂລກ (FIFA) ຢັ້ງຢືນຈະພິຈາລະນາຍົກຈຳນວນທິມບານເຕະເຂົ້າຮ່ວມການແຂ່ງຂັນຂຶ້ນເປັນ 64 ທິມ ນັບແຕ່ການແຂ່ງຂັນ World Cup 2030. ຕາມການສະເໜີຂອງ World Cup ຈະເພີ່ມຂຶ້ນ 16 ທິມ ເມື່ອທຽບໃສ່ 48 ທິມທີ່ຈະເລີ່ມນຳໃຊ້ໃນ World Cup 2026, ເຊິ່ງເຄີຍໄດ້ຮັບຖືວ່າໄດ້ຮັບການເປີດກວ້າງຈາກ 32 ທິນກ່ອນນີ້.
ທ່ານ Gianni Infantino ເນັ້ນໜັກວ່າ ເລື່ອງເປີດກວ້າງຂອບເຂດດ້ວຍເປົ້າໝາຍຊ່ວຍໃຫ້ World Cup ຈະຮອບດ້ານກວ່າ. World Cup ແມ່ນງານແຂ່ງຂັນຂອງທົ່ວໂລກ, ບໍ່ພຽງແຕ່ຂອງ ເອີລົບ ຫຼື ອາເມລິກາໃຕ້. ຖ້າບໍ່ມອບໂອກາດໃຫ້ບັນດາປະເທດນ້ອຍເຂົ້າຮ່ວມ World Cup, ເຂົາເຈົ້າຈະຂາດກຳລັງໜູນເພື່ອສືບຕໍ່ພັດທະນາ.
ຄາດວ່າ World Cup 2030 ຈະໄດ້ຈັດຂຶ້ນຢູ່ 6 ປະເທດ, ຂຶ້ນກັບ 3 ທະວີບ. ຢູຣຸກວາຍ, ອາກຊັງຕິນ ແລະ ປາຣາກວາຍ ຈະເປັນເຈົ້າພາບຈັດນັດແຂ່ງຂັນເປີດ.
# ຢັ້ງຢືນ 4 ທິມເຂົ້າຮອບຊະນະເລີດ World Cup 2026
ພາຍຫຼັງການແຂ່ງຂັນນັດຮອບ 4 ທິມໃນວັນທີ 11 ກໍລະກົດ, ງານແຂ່ງຂັນ World Cup 2026 ໄດ້ຢັ້ງຢືນ 4 ທິມເຂົ້າແຂ່ງຂັນຮອບ ຊະນະເລີດ, ແບ່ງເປັນ 2 ຄູ່ແຂ່ງຂັນ, ລວມມີ: ຝລັ່ງ - ແອັດສະປາຍ ແລະ ອັງກິດ - ອາກຊັງຕິນ.
