ທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae-in ແລະ ທ່ານນາຍົກລັດຖະມົນຕີ ຝລັ່ງ Edouard Philippe (ພາບ:koreaherald.com) |
ຕາມແຫຼ່ງຂ່າວ ຈາກຫ້ອງວ່າການປະທານາທິບໍດີ ສ.ເກົາຫຼີ ແລ້ວ, ໃນການເຮັດວຽກ ລະຫວ່າງ ທ່ານ Moon Jae-in ແລະ ທ່ານ Philippe ທີ່ ປາຣີ, ການນໍາສອງທ່ານ ໄດ້ຕີລາຄາສູງບັນດາຜົນປະໂຫຍດຂອງບັນດາໂຄງການເສດຖະກິດຮ່ວມ, ເປັນຕົ້ນແມ່ນການຜັນຂະຫຍາຍຮູບແບບ ກໍ່າປັ່ນ TGV ຂອງຝລັ່ງ ຢູ່ສ.ເກົາຫຼີ ໃນຊຸມປີ 1990 ຫຼື ການພັດທະນາດາວທຽມຮ່ວມໃນຊຸມປີ 2000. ສອງຝ່າຍເຫັນດີເປັນເອກະພາບເປີດກວ້າງບັນດາຂົງເຂດຮ່ວມມືໃໝ່, ໂດຍສະເພາະແມ່ນດ້ານການຄ້າ ແລະ ການລົງທຶນ. ທ່ານປະທານາທິບໍດີ Moon Jae-in ສະແດງຄວາມຫວັງ ເພີ່ມທະວີການຄ້າລະຫວ່າງສອງປະເທດ. ທ່ານສະເໜີ ຝລັ່ງ ຮັບປະກັນວ່າ ບັນດາມາດຕະການປ້ອງກັນຕົວຂອງສະຫະພາບເອີຣົບ ສໍາລັບຂະແໜງເຫຼັກກ້າ ຈະບໍ່ສົ່ງຜົນສະທ້ອນທີ່ທາງລົບ ເຖິງການພົວພັນການຄ້າທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດລະຫວ່າງ ສ.ເກົາຫຼີ ແລະ ຝລັ່ງ.
ການນໍາສອງທ່ານ ກໍຮຽກຮ້ອງເພີ່ມທະວີການຮ່ວມມືໃນບັນດາຂົງເຂດການປ່ຽນແປງຂອງດິນຟ້າອາກາດ, ພູມປັນຍາທຽມ, ເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ການສື່ສານ ເພື່ອແນໃສ່ກະກຽມໃຫ້ແກ່ການປະຕິວັດອຸດສາຫະກໍາ 4.0 ໃຫ້ເປັນຢ່າງດີ.

