ວັນ​ທີ 04 ກັນ​ຍາ, ຢູ່​ນະ​ຄອນ​ຫຼວງ ປາ​ຣີ, ປະ​ເທດ ຝ​ລັ່ງ, ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ ຝ​ລັ່ງ (ວັງ Élysée) ໄດ້​ຈັດ​ການ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ສາ​ກົນ​ແຈ້ງ​ຂໍ້​ມູນ​ກ່ຽວ​ກັບ​ການ​ຢ້ຽມ​ຢາມ ຝ​ລັ່ງ ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ ໂຕ​ເລິມ, ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ແຕ່​ວັນ​ທີ 09 – 12 ກັນ​ຍາ. ທ່ານ​ນາງ Julie Le Saos, ທີ່​ປຶກ​ສາ​ຮັບ​ຜິດ​ຊອບ​ພາກ​ພື້ນ ອາ​ຊີ - ທະ​ວີບໂອ​ເຊ​ອານີຂອງ​ປະ​ທາ​ນາ​ທິ​ບໍ​ດີ ຝ​ລັ່ງ, ໃຫ້​ຮູ້​ວ່າ:

“ເປົ້າ​ໝາຍ​ຂອງ​ການ​ຢ້ຽມ​ຢາມ​ແມ່ນ​ຊຸກ​ຍູ້​ການ​ຜັນ​ຂະ​ຫຍາຍ​ກາ​ນ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ເຊິ່ງ​ທັງ 2 ປະ​ເທດ​ໄດ້​ຍົກ​ລະ​ດັບ​ໃນ​ປີ 2024 ໃຫ້​ແທດ​ຈິງ. ການ​ຮ່ວມ​ມືນີ້ບໍ່​ພຽງ​ແຕ່​ປະ​ກອບ​ສ່ວນ​ປັບ​ປຸງ​ສິດເປັນ​ເຈົ້າ​ຂອງ​ແຕ່​ລະ​ຝ່າຍ​ເທົ່າ​ນັ້ນ, ຫາກຍ​ັງ​ສະ​ແດງ​ໃຫ້​ຫັນ​ຄຳ​ໝັ້ນ​ສັນ​ຍາ​ຂອງ ຝ​ລັ່ງ ໃນ​ການ​ຮ່ວມ​ເດີນ​ທາງ​ພ້ອມ​ກັບ ຫວຽດ​ນາມ ພັດ​ທະ​ນາ​ກຳ​ລັງ​ບົ່ມ​ຊ້ອນ​ດ້ານ​ອຸດ​ສາ​ຫະ​ກຳ, ເຕັກ​ໂນ​ໂລ​ຊີ​ປ້ອ​ງ​ກັນ​ຊາດ ພ້ອມ​ກັບ​ບັນ​ດາ​ຂະ​ແໜງ​ເສດ​ຖະ​ກິດ​ໃນ​ອະ​ນາ​ຄົດ”.