|
(ພາບ: DW) |
ກ່າວຄຳເຫັນຕໍ່ໜ້າສື່ມວນຊົນ ເມື່ອວັນທີ 07 ພຶດສະພາ ທີ່ ແບກແລງ, ປະເທດເຢຍລະມັນ, ທ່ານລັດຖະມົນຕີການຕ່າງປະເທດ ຝລັ່ງ Jean – Yves Le Drian ຢັ້ງຢືນວ່າ: “ພວກຂ້າພະເຈົ້າຕັດສິນໃຈຈະກອບກູ້ເອົາຂໍ້ຕົກລົງເຫຼົ່ານັ້ນ ເພາະເອກະສານສະບັບນີ້ຈະຊ່ວຍໃຫ້ໂລກຫຼີກລ້ຽງໄດ້ຄວາມສ່ຽງການແຜ່ຂະຫຍາຍນິວເຄຼຍໄດ້ ແລະ ພ້ອມທັງແມ່ນວິທີການທີ່ຖືກຕ້ອງ ເພື່ອສະກັດກັ້ນອີຣານມີກຳມະສິດອາວຸດນິວເຄຼຍ”. ເມື່ອເຕື້ອງເຖິງຂໍ້ຕົກລົງທີ່ມີຊື່ເອີ້ນເປັນທາງການວ່າ ແຜນການເຄື່ອນໄຫວລວມຮອບດ້ານ (JCPOA) ນີ້, ເຢຍລະມັນຖືວ່າ ບໍ່ມີເຫດຜົນໃດ ເພື່ອຢຸດຕິຂໍ້ຕົກລົງນິວເຄຼຍ ທີ່ອີຣານໄດ້ລົງນາມກັບກຸ່່ມ P5+1 (ລວມມີ 05 ປະເທດ ເຊິ່ງແມ່ນກຳມະການປະຈຳສະພາຄວາມໝັ້ນຄົງສະຫະປະຊາຊາດ ແລະ ເຢຍລະມັນ) ແລະ ຈະມານະພະຍາຍາມຈົນສຸດຄວາມສາມາດເພື່ອສືບຕໍ່ຮັກສາ JCPOA ໄວ້.

