ວັນທີ 10 ກັນຍາ, ທ່ານ Emmanuel Macron ປະທານາທິບໍດີ ຝລັ່ງ ໄດ້ຮຽກຮ້ອງເອີລົບ ພັດທະນາກຳລັງຄວາມສາມາດປະຕິບັດບັນດາຖ້ຽວບິນຂຶ້ນອາວະກາດແບບມີຄົນຂັບ ໃນໄລຍະເວລາ 1 ທົດສະວັດຈະມາເຖິງດ້ວຍຕົນເອງ, ຄືສ່ວນໜຶ່ງຂອງຄວາມມານະພະຍາຍາມກວ່າອີກ ເພື່ອແນໃສ່ຊຸກຍູ້ຂະແໜງອາວະກາດຂອງ ທະວີບນີ້. ການນຳ ຝລັ່ງ ຍົກອອກຄຳຮຽກຮ້ອງນີ້ຢູ່ ກອງປະຊຸມສຸດຍອດ ອາວະກາດ ທີ່ພວມດຳເນີນຢູ່ນະຄອນຫຼວງ ປາຣີ, ທ່ານ Emmanuel Macron ເນັ້ນໜັ້ກວ່າ ຝລັ່ງ ຢາກໃຫ້ ເອີລົບ ຢັ້ງຢືນຄວາມມຸ່ງຫວັງຂອງຕົນໃນຂົງເຂດການບິນອາວະກາດ ແບບມີຄົນຂັບ. ທ່ານກໍ່ໄດ້ຍົກອອກວິວັດການເຊິ່ງທ່ານຢາກໃຫ້ ເອີລົບ ບັນລຸໄດ້ໃນໜຶ່ງທົດສະວັດຈະມາເຖິງ.
