ພາບປະກອບ: TTXVN

ແຂວງເທື່ອທຽນ - ເຫ້ວ, ກ໋ວາງນາມ ແລະ ກ໋ວາງຫງ໋າຍ ໄດ້ດຳເນີນການຍົກຍ້າຍ 1.400 ຄອບຄົວ ດ້ວຍປະຊາຊົນກ່ວາ 4.800 ຄົນ ຢູ່ເຂດທີ່ຖືກນ້ຳຖ້ວມເລິກ ແລະ ເຂດທີ່ມີຄວາມສ່ຽງດິນເຊາະເຈື່ອນໄປຍັງເຂດປອດໄພ. ບັນດາຄອບຄົວໄດ້ຮັບການອົບພະຍົບຢູ່ ເຫ້ວ ໄດ້ກັບຄືນບ້ານຂອງຕົນແລ້ວ.

ວັນທີ 24 ຕຸລາ, ຢູ່ເສັ້ນທາງດ່ວນ ດ່ານັ້ງ - ກ໋ວາງຫງ໋າຍ, ຕອນຜ່ານເມືອງ ນຸຍແທ່ງ, ແຂວງ ກ໋ວາງນາມ ໄດ້ເກີດເຫດດິນເຊາະເຈື່ອນນັບຮ້ອຍ ແມັດກ້ອນ ລົງໜ້າຖະໜົນ ເຊິ່ງໄດ້ເຮັດໃຫ້ຕັນເສັ້ນທາງຄົມມະນາຄົມ. ໃນທັນທີ, ບັນດາກົມກອງກຳລັງ, ບຳລຸງຮັກສາ ເສັ້ນທາງຄວາມໄວສູງ ດ່ານັ້ງ - ກ໋ວາງຫງາຍ ໄດ້ຜັນຂະຫຍາຍບັນດາມາດຕະການແກ້ໄຂ, ກູ້ໄພກູ້ຊີບ ແລະ ສາມາດ ຈະລາຈອນ ໄດ້ແລ້ວ.

ຕາມການຄາດຄະເນຂອງ ສູນພະຍາກອນອຸຕຸນິຍົມ ອຸທົກກະສາດ ແຫ່ງຊາດ ແລ້ວ, ຕອນເຊົ້າວັນທີ 25 ຕຸລາ, ໃຈກາງຄວາມດັນອາກາດຕ່ຳ ອາດຈະແຮງຂຶ້ນກາຍເປັນ ພາຍຸ ຢູ່ເຂດທະເລທາງທິດຕາເວັນຕົກສ່ຽງເໜືອ ໝູ່ເກາະເຈື່ອງຊາ.