|
(ພາບ: Reuters) |
ວັນທີ 16 ກໍລະກົດ, ກ່າວຄຳເຫັນທີ່ການເຈລະຈາກັບທ່ານນາຍົກລັດຖະມົນຕີ ອິດສະຣາແອນ Benjamin Netanyahu ຢູ່ ປາຣີ, ທ່ານປະທານາທິບໍດີ Emmanuel Macron ໃຫ້ຮູ້ວ່າ: ຝຣັ່ງ ກຽມພ້ອມສະໜັບສະໜູນທຸກໆຄວາມມານະພະຍາຍາມທາງການທູດ ເພື່ອມູ່ງໄປເຖິງຄາດໝາຍນີ້ ຕາມບັນດາມາດຖານສັນຕິພາບໂດຍປະຊາຄົມສາກົນຮັບຮູ້.
ທ່ານປະທານາທິບໍດີ ຝຣັ່ງ ກໍ່ເນັ້ນໜັກວ່າ ກົດໝາຍສາກົນຕ້ອງໄດ້ຮັບການເຄົາລົບຈາກທຸກໆຝ່າຍ, ນັ້ນແມ່ນໝາຍເຖິງການເຄື່ອນໄຫວກໍ່ສ້າງຖິ່ນຖານຄົງທີຢ່າງຕໍ່ເນື່ອງຂອງອິດສະຣາແອນ ໃນເຂດດິນແດນທີ່ຢຶດຄອງຈາກຊາວ ປາແລດສະຕີນ - ເຊິ່ງແມ່ນນະໂຍບາຍທີ່ ຝຣັ່ງ ໄດ້ຄັດຄ້ານ

