ທ່ານ Bernard Cazeneuve
(ພາບ: AFP/TTXVN)
(vovworld) – ພາຍຫຼັງໄດ້ຮັບການແຕ່ງຕັ້ງເປັນນາຍົກລັດຖະມົນຕີ ຝຣັ່ງ ຈາກທ່ານປະທານາທິບໍດີ ຝຣັ່ງ Francoi Hollande, ແທນໃຫ້ທ່ານ Manuel Valls ທີ່ຫາກໍ່ລາອອກຈາກຕຳແໜ່ງ ເພື່ອເຂົ້າຮ່ວມການເລືອກຕັ້ງປະທານາທິບໍດີ ຝຣັ່ງ ປີ 2017, ທ່ານ Bernard Cazeneuve ໄດ້ປະກາດພາກສ່ວນລັດຖະບານໃໝ່ເຊິ່ງມີການປ່ຽນແປງໜ້ອຍທີ່ສຸດຢ່າງໄວວາ. ເລື່ອງລັດຖະບານໃໝ່ໄດ້ຮັບການສ້າງຕັ້ງ ດ້ວຍບັນດາຕຳແໜ່ງການນຳຂອງບັນດາກະຊວງເກືອບໄວ້ຄືວ່າໄດ້ຮັບການຮັກສາຄືເກົ່າໄດ້ສະແດງໃຫ້ເຫັນວ່າ ທ່ານປະທານາທິບໍດີ Francoi Hollande ແລະ ທ່ານນາຍົກລັດຖະມົນຕີ Bernard Cazeneuve ຢາກສືບຕໍ່ຮັກສານະໂຍບາຍດ້ານເສດຖະກິດ - ສັງຄົມປະຈຸບັນຈົນຮອດເວລາສິ້ນສຸດອາຍຸການໃນເດືອນ 6/2017. ໃນ 3 ຕຳແໜ່ງໄດ້ຮັບການແຕ່ງຕັ້ງ, ພົ້ນເດັ່ນແມ່ນທ່ານ Bruno Le Roux, ຫົວໜ້າຝ່າຍສ່ວນຫຼາຍໃນສະພາຕ່ຳ ຝຣັ່ງ, ດຳລົງຕຳແໜ່ງເປັນລັດຖະມົນຕີກະຊວງພາຍໃນ. ນອກຈາກນັ້ນ, ທ່ານ Andre Vallini, ຜູ້ພວມດຳລົງຕຳແໜ່ງເປັນລັດຖະມົນຕີຮັບຜິດຊອບວຽກງານວາງແຜນຜືນແຜ່ນດິນ ແລະ ພັດທະນາ ໄດ້ຮັບການແຕ່ງຕັ້ງເປັນລັດຖະມົນຕີຮັບຜິດຊອບການພົວພັນກັບສະພາແຫ່ງຊາດ, ທ່ານ Jean Marie Le Guen ກາຍເປັນລັດຖະມົນຕີຮັບຜິດຊອບການພັດທະນາ ແລະ ພາສາຝຣັ່ງ.
ທ່ານ Bernard Cazeneuve(ພາບ: AFP/TTXVN)
