ວັນ​ທີ 15 ຕຸ​ລາ, ທ່ານ Roland Lescure ລັດ​ຖະ​ມົນ​ຕີ​ກະ​ຊວງ​ເສດ​ຖະ​ກິດ, ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ ຝ​ລັ່ງ ໃຫ້​ຮູ້​ວ່​າ ກຸ່ມ​ບັນ​ດາ​ປະ​ເທດ​ອຸດ​ສາ​ຫະ​ກ​ຳ​ພັດ​ທະ​ນາ (G7) ໃຫ້​ຄຳ​ໝັ້ນ​ສັນ​ຍາ​ສະ​ຫງວນ​ເງິນ​ເປັນ​ຈຳ​ນວນ 2,5 ຕື້ USD ເພື່ອ​ໜູນ​ຊ່ວຍ​ບັນ​ດາ​ປະ​ເທດ​ທີ່​ມີ​ຄວາມ​ສ່ຽງ​ສູງ​ຕໍ່​ສະ​ພາບ​ການ​ຂາດ​ຄວາມ​ໝັ້ນ​ຄົງ​ດ້ານ​ສະ​ບຽງ​ອາ​ຫານ, ພິ​ເສດ​ແມ່ນ​ຮັບ​ຮອງ​ເອົາ​ການ​ໜູນ​ຊ່ວຍ​ແຫຼ່ງ​ສະ​ໜອງ​ປຸ໋ຍ. ກ່າວ​ຄຳ​ເຫັນ​ກັບ​ວົງ​ການ​ນັກ​ຂ່າວ​ຢູ່ນອກກອງ​ປະ​ຊຸມ​ປະ​ຈຳ​ປີ 2026 ຂອງກອງ​ທຶນ​ເງິນ​ຕາ​ສາ​ກົນ (IMF) ແລະ ທະ​ນາ​ຄານໂລກ (WB) ທີ່​ພວມ​ດຳ​ເນີນ​ຢູ່​ນະ​ຄອນ​ລວງ ບາງກອກ (ໄທ), ທ່ານ Roland Lescure ເນັ້ນ​ໜັ້ກ​ວ່າ G7 ມີ​ຄວາມ​ເອົາ​ໃຈ​ໃສ່​ຕໍ່​ບັນ​ດາ​ປະ​ເທດ​ພວມ​ພັດ​ທະ​ນາ ແລະ ພວມຖືກ​ຜົນ​ກະ​ທົບ​ຢ່າງ​ໜັກ​ໜ່ວງຈາກສະ​ພາບ​​ເສດ​ຖະ​ກິດ​ທົ່ວ​ໂລກ.