GDP ໄຕ​ມາ​ດ​ທີ II 2026 ຄາດ​ວ່າ​ເພີ່ມ​ຂຶ້ນ 8,39% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກ່ອນ. ໄລ່​ສະ​ເລ່ຍ 6 ເດືອນ​ຕົ້ນ​ປີ, GDP ເພີ່ມ​ຂຶ້ນ 8,18%, ສູງກວ່າ​ລະ​ດັບ​ 7,63% ຂອງ​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2025. ນີ້​ແມ່ນ​ຂໍ້​ມູນ​ໂດຍ​ກົມ​ສະ​ຖິ​ຕິ (ກະ​ຊວງ​ການ​ເງິນ ຫວຽດ​ນາມ) ໄດ້​ປະ​ກາດ​ໃນ​ຕອນ​ເຊົ້​າ​ວັນ​ທີ 03 ກໍ​ລະ​ກົດ.

ໃນ​ນັ້ນ, ກຳ​ລັງ​ໜູນ​ເຕີບ​ໂຕ​ສືບ​ຕໍ່​ມາ​ຈາ​ກ​ທັງ​ສາມ​ຂົງ​ເຂດ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ, ລວມ​ມີ: ກະ​ສິ​ກຳ, ປ່າ​ໄມ້ ແລະ ສິນ​ໃນ​ນ້ຳ; ອຸດ​ສາ​ຫະ​ກຳ ແລະ ການ​ກໍ່​ສ້າງ; ການ​ບໍ​ລິ​ການ. ໜຶ່ງ​ໃນ​ບັນ​ດາ​ຈຸດ​ພົ້ນ​ເດັ່ນ​ທີ່​ສຸດ​ຂອງ​​ເສດ​ຖະ​ກິດ ຫວຽດ​ນາມ ໃນ 6 ເດືອນ​ຕົ້ນ​ປີແມ່ນ​ການ​ຟື້ນ​ຟູ​ຢ່າງ​ແຮງ​ຂອງ​ຂະ​ແໜງ​ອຸດ​ສາ​ຫະ​ກຳ. ມູນ​ຄ່າ​ເພີ່ມ​ໃນ​ທົ່ວ​ຂະ​ແໜງ​ອຸດ​ສາ​ຫະ​ກຳ ແມ່ນ 9,86%, ປະ​ກອບກວ່າ 40% ເຂົ້າ​ໃນ​ລະ​ດັບ​ການ​ເພີ່ມ​ຂຶ້ນ​ຂອງ​ມູນ​ຄ່າ​ເພີ່ມ​ທັງ​ໝົດ​ໃນ​ທົ່ວ​ພື້ນ​ຖານ​ເສ​ດ​ຖະ​ກິດ.