ກຳລັງ ຕາລີບານ ຢູ່ອາບການິດສະຖານ (ພາບ: Reuters)

ຕາລີບານ ຈະບຸກໂຈມຕີ ສາຂາຢູ່ທ້ອງຖິ່ນຂອງ IS ຢູ່ນະຄອນຫຼວງ Kabul ແລະ ແຂວງ Nangarhar ເຊິ່ງຕິດກັບຊາຍແດນ ປາກິດສະຖານ. ຍຸດທະສາດໄດ້ດຳເນີນພາຍຫຼັງເກີດເຫດການນອງເລືອດ ຢູ່ເມືອງເອກຂອງ ແຂວງ Jalalabad 2 ອາທິດ.

ໂດຍໄດ້ເກີດການບຸກໂຈມຕີ ດ້ວຍປືນ ແລະ ລູກລະເບີດ ຢ່າງໜ້ອຍສຸດ 3 ຄັ້ງ ຢູ່ບັນດາທີ່ຕັ້ງຂອງ ຕາລີບານ ຊຶ່ງເຮັດໃຫ້ມືປືນ ຂອງ ກຳລັງນີ້ ແລະ ສາມັນຊົນຈຳນວນໜຶ່ງເສຍຊີວິດ.