ທະຫານ ອາເມລິກາ ຢູ່ Lashkar Gah, ແຂວງ Helmand, ອາບການິດສະຖານ (ພາບ: AFP/TTXVN)

ວັນທີ 26 ພຶດສະພາ, ກຳລັງ ຕາລີບານ ຮຽກຮ້ອງໃຫ້ບັນດາປະເທດບ້ານໃກ້ເຮືອນຄຽງຂອງ ອາບການິດສະຖານ ບໍ່ອະນຸຍາດໃຫ້ ອາເມລິກາ ຜັນຂະຫຍາຍການຕັ້ງຖານທີ່ໝັ້ນການທະຫານໃນດິນແດນຂອງເຂົາເຈົ້າ, ພ້ອມທັງກ່າວເຕືອນວ່າ ຈະມີການກະທຳເພື່ອສະກັດກັ້ນ, ບໍ່ປະໃຫ້ເກີດກໍລະນີທີ່ຄ້າຍຄືກັນກັບຢູ່ ອາບການິດສະຖານ.

ໃນຖະແຫຼງການໜຶ່ງ, ຕາລີບານ ເນັ້ນໜັກວ່າ: “ພວກຂ້າພະເຈົ້າຮຽກຮ້ອງໃຫ້ບັນດາປະເທດບ້ານໃກ້ເຮືອນຄຽງ ຂອງ ອາບການິດສະຖານ ບໍ່ອະນຸຍາດໃຫ້ ບໍ່ວ່າປະເທດໃດເຮັດຄືແນວນັ້ນ”. ກຳລັງດັ່ງກ່າວ ກໍຖະແຫຼງວ່າ ຈະບໍ່ປະໃຫ້ປະເທດໃດອະນຸຍາດໃຫ້ ອາເມລິກາ ຜັນຂະຫຍາຍການຕັ້ງຖານທີ່ໝັ້ນການທະຫານໃນດິນແດນຂອງເຂົາ.