ບັນດາມືປືນ ຕາລີບານ ຢູ່ຕະຫຼາດແຫ່ງໜຶ່ງຢູ່ເມືອງ Andar, ແຂວງ Ghazni, ອາບການິດສະຖານ (ພາບ: AFP/TTXVN) |
ກ່ອນໜ້ານັ້ນ, ອາເມລິກາ ໄດ້ປະກາດ ຕັດສິນຈັດສົ່ງນາຍທະຫານ 3000 ຄົນ ໄປຍັງ Kabul ໃນໄລຍະເວລາແຕ່ 24 – 48 ຊົ່ວໂມງຈະມາເຖິງ ເພື່ອໜູນຊ່ວຍຍົກຍ້າຍບັນດາພະນັກງານສະຖານທູດ ອາເມລິກາ ໃນສະພາບການ ຕາລີບານ ພວມຢຶດສິດຄຸ້ມຄອງເນື້ອທີ່ເຂດດິນແດນຂອງປະເທດນີ້ຫຼາຍແຫ່ງ. ກ່າວຄຳເຫັນຕໍ່ນັກຂ່າວ ໃນວັນທີ 12 ສິງຫາ, ທ່ານໂຄສົກກະຊວງການຕ່າງປະເທດ ອາເມລິກາ Ned Price ໃຫ້ຮູ້ວ່າ ທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ໃຫ້ບຸລິມະສິດແຖວໜ້າໃນຈຸດເວລານີ້ແມ່ນ ຄວາມປອດໄພ ແລະ ຄວາມໝັ້ນຄົງ ຂອງບັນດາພົນລະເມືອງ ອາເມລິກາ ທີ່ພວມປະຕິບັດໜ້າທີ່ຢູ່ຕ່າງປະເທດ. ທຳນຽບ 5 ແຈ ກໍ່ເນັ້ນໜັກວ່າ ກຳລັງນີ້ຈະບໍ່ນຳໃຊ້ ເພື່ອປຸກລະດົມການບຸກໂຈມຕີ ແນໃສ່ຕາລີບານ.

