|
(ພາບ: thoibaotaichinhvietnam) |
ດຳລັດດັ່ງກ່າວກຳນົດຢ່າງລະອຽດກ່ຽວກັບອັດຕາພາສີອາກອນນຳເຂົ້າໂດຍບຸລິມະສິດພິເສດຂອງຫວຽດນາມ ເພື່ອປະຕິບັດສັນຍາການຄ້າເສລີຫວຽດນາມ - ຈີເລ ໄລຍະ 2018 – 2022 ແລະ ເງື່ອນໄຂໄດ້ຮັບພາສີອາກອນພາສີນຳເຂົ້າບຸລິມະສິດ (VCFTA) ພິເສດ. ປະກາດພ້ອມກັບດຳລັດແມ່ນຕາຕະລາງພາສີນຳເຂົ້າບຸລິມະສິດພິເສດຂອງຫວຽດນາມ ກັບບັນດາປະເພດສິນຄ້າຂອງຈີເລ ທີ່ນຳເຂົ້າຫວຽດນາມ. ດຳລັດ ຊີ້ແຈ້ງວ່າ, ສິນຄ້ານຳເຂົ້າໄດ້ນຳໃຊ້ພາສີອາກອນຂອງ VCFTA ຕ້ອງຕອບສະໜອງບັນດາເງື່ອນໄຂຢ່າງຄົບຖ້ວນຄື: ນອນໃນຕາຕະລາງພາສີນຳເຂົ້າບຸລິມະສິດພິເສດ ປະກາດພ້ອມກັບດຳລັດນີ້; ໄດ້ນຳເຂົ້າຈາກຈີເລ ເຂົ້າມາຫວຽດນາມ; ໄດ້ຂົນສົ່ງໂດຍກົງຈາກຈີເລ ເຂົ້າຫວຽດນາມ ໂດຍກະຊວງອຸດສາຫະກຳການຄ້າກຳນົດ…
ດຳລັດດັ່ງກ່າວມີຜົນບັງຄັບໃຊ້ນັບແຕ່ວັນທີ 01 ມັງກອນ 2018 ເປັນຕົ້ນໄປ.

