ກຸ່ມນາຍທະຫານ ປະກາດປົດຕຳແໜ່ງປະທານາທິບໍດີ (ພາບ: AFP/TTXVN)

ກ່ຽວຂ້ອງເຖິງບັນຫານີ້, ວັນທີ 25 ມັງກອນ, ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ໄດ້ກ່າວປະນາມການກໍ່ລັດຖະປະຫານຂອງກອງທັບຢູ່ ບວກກີນາຟາໂຊ, ພ້ອມທັງໃຫ້ຮູ້ວ່າ ສະພາບການຢູ່ປະເທດ ອາຟະລິກາຕາເວັນຕົກນີ້ ໃນປັດຈຸບັນໄດ້ສະຫງົບລົງແລ້ວ. ທ່ານປະທານາທິບໍດີ ຝລັ່ງ ກໍໃຫ້ຮູ້ວ່າ ທ່ານມີແຜນຈະປຶກສາຫາລືກັບການນຳພາກພື້ນກ່ຽວກັບສະພາບການຢູ່ ບວກກີນາ ຟາໂຊ.

ໃນວັນດຽວກັນ, ທ່ານ Ravina Shamdsasan ໂຄສົກຫ້ອງວ່າການມະນຸດສະທຳ ສປຊ ໄດ້ຮຽກຮ້ອງໃຫ້ພົນທະຫານທີ່ຢຶດສິດອຳນາດຢູ່ ບວກກີນາຟາໂຊ ປ່ອຍຕົວທ່ານປະທານາທິບໍດີ Roch Kabore ພ້ອມດ້ວຍເຈົ້າໜ້າທີ່ຂັ້ນສູງອື່ນໆໃຫ້ເປັນອິດສະຫຼະໃນທັນທີ.

ກ່ອນໜ້ານັ້ນ, ໃນວັນດຽວກັນ, ກອງທັບ ບວກກີນາຟາໂຊ ປະກາດວ່າໄດ້ໂຄ່ນລົ້ມທ່ານປະທານາທິບໍດີ Roch Kabore, ຢຸດຕິການນຳໃຊ້ລັດຖະທຳມະນູນ, ຍົກເລີກລັດຖະບານ ແລະ ສະພາແຫ່ງຊາດ ແລະ ປິດປະຕູຊາຍແດນ. ປັດຈຸບັນ, ຂະບວນການຮັກຊາດແມ່ນ ແນໃສ່ປົກປ້ອງ ແລະ ຟື້ນຟູ (MPSR) ເຊິ່ງເປັນຊື່ຂອງກຸ່ມນາຍທະຫານກໍ່ລັດຖະປະທານ, ໂດຍ ພົນຕີ Paul – Henri Sandaogo Damiba ນຳໜ້າ, ປະຈຸບັນພວມກຳສິດບໍລິຫານປະເທດຊາດ.