ສື່ມວນ​ຊົນ​ຕ່າງ​ປະ​ເທດ ແລະ ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ ສືບ​ຕໍ່​​ມີການ​ຕີ​ລາ​ຄາ​ຢ່າງ​ຕັ້ງ​ໜ້າ, ປະ​ເອີບ​ໃຈ ຕໍ່​ແງ່​ຫວັງ​ເສດ​ຖະ​ກິດ ຫວຽດ​ນາມ. ສິ່ງ​ທີ່​ໄດ້ເນັ້ນ​ໜັກ​ບໍ່​ພຽງ​ແຕ່​ແມ່ນ​​ລະ​ດັບເຕີບ​ໂຕ​ສູງ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ຄວາມ​ສາ​ມາດ​ຮັບ​ມື, ​ຄວາມຫຼາກຫຼາຍ​ຂອງບັນ​ດາ​ກຳ​ລັງ​ໜູນເຕີບ​ໂຕ ແລະ ຖາ​ນະ​ບົດ​ບາດ​ທີ່​ນັບ​ມື້​ນັບ​ຈະ​ແຈ້ງ​ຂອງ ຫວຽດ​ນາມ ໃນ​ລະ​ບົບ​ຕ່ອງ​ໂສ້​ການສະ​ໜອງ​ທົ່ວ​ໂລກ. ທ່ານ Shantanu Chakraborty, ຜູ້​ອຳ​ນວຍ​ການ​ທະ​ນາ​ຄານ​ພັດ​ທະ​ນາ ເອີ​ລົບ(ADB) ຢູ່ ຫວຽດ​ນາມ ໃຫ້​ຂໍ້​ສັງ​ເກດ​ວ່າ:

“ແງ່​ຫວັງ​ເສດ​ຖະ​ກິດ ຂອງ ຫວຽດ​ນາມ ຍັງ​ສືບ​ຕໍ່ມີ​ຄວາມ​ຕັ້ງ​ໜ້າ. ພື້ນ​ຖານ​ເສດ​ຖະ​ກິດ​​ຮັກ​ສາ​ທ່າ​ພັດ​ທະ​ນາ​ໄດ້ຢ່​າ​ງ​ແຮງ​ໃນ 6 ເດືອນ​ຕົ້ນ​ປີ 2026. ສິ່ງ​ນີ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ສາ​ມາດ​ຮັບ​ມືຢ່າງ​ຈະ​ແຈ້ງ ແລະ ການ​ຟື້ນ​ຟູ​ຢ່າງ​ແຮງ​ໂດຍ​ບໍ່​ຫົວ​ຊາ​ຕໍ່​ບັນ​ດາ​ສິ່ງ​ທ້າ​ທາຍ​ທົ່ວ​ໂລກ, ພິ​ເສດ ແມ່ນ​ຄວາມ​ຫຍຸ້ງ​ຍາກ​ຈາກ​ພາຍນອກ. ການ​ເຕີບ​ໂຕ​ຂອງ ຫວຽດ​ນາມ ໄດ້​ຮັບ​ການ​ໜູນ​ຊ່ວຍ​ຈາກ​ບັນ​ດາ​ຂົງ​ເຂດອຸດ​ສາ​ຫະ​ກຳ, ກໍ່​ສ້າງ, ການ​ບໍ​ລິ​ການ, ການ​ສົ່ງ​ອອກ, ການ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ (FDI), ການ​ລົງ​ທຶນ​ສາ​ທາ​ລະ​ນະ ແລະ ຄວາມ​ຕ້ອງ​ການ​ບໍ​ລິ​ໂພກ​ພາຍ​ໃນ.”

ເວັບ​ໄຊ Aquis Capital ຂອງ​ສະ​ວິດ​ໄດ້​ຕີ​ລາ​ຄາ​ສູງ​ຄວາມ​ສາ​ມາດ​ຮັບ​ມື ແລະ ຄຸນ​ນະ​ພາບ​ໃນ​ການ​ເຕີບ​ໂຕ​ຢ່າງ​ຮອບ​ດ້ານ​ຂອງ ເສດ​ຖະ​ກິດ ຫວຽດ​ນາມ. ຕາມ​ນັ້ນ​ແລ້ວ, ກຳ​ໄລ​ວິ​ສາ​ຫະ​ກິດ​ເພີມ​ຂຶ້ນ​ພ້ອມ​ກັ​ບ​ແຫຼ່ງ​ເງິນ​ລົງ​ທຶນໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ FDI ຢູ່​ລະ​ດັບ​ສະ​ຖິ​ຕິ​ພວມ​​ປັບ​ປຸງ​ຖາ​ນະ​ບົດ​ບາດ​ຍຸດ​ທະ​ສາດ​ຂອງ ຫວຽດ​ນາມ ໃນ​ລະ​ບ​ົບຕ່ອງ​ໂສ້​ການ​ສະ​ໜອງ​ທົ່ວໂລກ.