(ພາບ: VOV)
ພາຍຫຼັງສະພາແຫ່ງຊາດປະກາດໃຊ້ມະຕິເລກທີ 226 ອະນຸຍາດສ້າງຕັ້ງ ແລະ ໝູນໃຊ້ກົນໄກ, ນະໂຍບາຍພິເສດສຳລັບເຂດການຄ້າເສລີ ຫ໋າຍຝ່ອງ, ນະຄອນພວມຍູ້ແຮງການຜັນຂະຫຍາຍບັນດາໂຄງການພື້ນຖານໂຄງລ່າງ ແລະ ສົ່ງເສີມການລົງທຶນເພື່ອແນໃສ່ດຶງດູດແຫຼ່ງທຶນທີ່ມີຄຸນນະພາບສູງ ເຂົ້າບັນດາຂົງເຂດເຕັກໂນໂລຢີ, logistics ແລະ ການຜະລິດທັນສະໄໝ.
ເຂດການຄ້າເສລີ ຫ໋າຍຝ່ອງມີເນື້ອທີ່ກວ່າ 6.290 ເຮັກຕາ, ໄດ້ຮັບການສັບຊ້ອນຢູ່ 3 ທີ່ຕັ້ງຍຸດທະສາດ, ຕິດພັນກັບສອງເຂດເສດຖະກິດກຳລັງໜູນ ແມ່ນເຂດເສດຖະກິດດິ່ງຫວູ - ກາດຫ໋າຍ ແລະ ເຂດເສດຖະກິດແຄມທະເລທາງທິດໃຕ້ຫ໋າຍຝ່ອງ. ຕາມທິດທາງແລ້ວ, ເຂດການຄ້າເສລີຈະພັດທະນາກາຍເປັນສູນການຜະລິດ, logistics, ການຄ້າ ການບໍລິການ, ເຕັກໂນໂລຢີສູງ ແລະ ການເງິນ, ປະກອບສ່ວນຊຸກຍູ້ນະວັດຕະກຳ, ການຫັນເປັນດີຈີຕອນ ແລະ ການເຕີບໂຕສີຂຽວ. ທ່ານ ຫງວຽນວັນຈວນ, ຮອງຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດຫ໋າຍຝ່ອງໃຫ້ຮູ້ວ່າ:
“ເຂດການຄ້າເສລີນະຄອນຫ໋າຍຝ່ອງໝູນໃຊ້ຫຼັກການເປີດປະຕູຢ່າງສຸດຂີດ ກ່ຽວກັບລະບຽບການໃຫ້ແກ່ບັນດານັກລົງທຶນ, ສຳລັບບັນດາຂົງເຂດໃຫ້ບຸລິມະສິດຄື: ເຕັກໂນໂລຢີສູງ, ເຄິ່ງຊັກນຳໄຟຟ້າ, AI, ການຄົ້ນຄ້ວາການພັດທະນາ, ເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ພື້ນຖານໂຄງລ່າງຍຸດທະສາດ ໄດ້ໝູນໃຊ້ລະບຽບການບໍລິຫານການລົງທຶນພິເສດ, ຫັນການປະຕິບັດລະບຽບການບໍລິຫານເປັນງ່າຍດາຍ. ບັນດານັກລົງທຶນຕ່າງປະເທດບໍ່ຈຳເປັນຕ້ອງປະຕິບັດລະບຽບການຂໍໃບຢັ້ງຢືນຈົດທະບຽນການລົງທຶນກ່ອນ ແຕ່ປະຕິບັດລະບຽບການບໍລິຫານຄືກັນກັບນັກລົງທຶນພາຍໃນປະເທດ, ສ້າງຄວາມສະເໝີພາບ ແລະ ຫຼຸດເວລາເຂົ້າຮ່ວມຕະຫຼາດເສັ້ນລົງ.”
