ຂີດ​ໝາຍ​ນີ້​ບໍ່​ພຽງ​ແຕ່​ເປີດກວ້າງ​ຄວາມ​ສາ​ມາດ​ເຂົ້າ​ເຖິງ​ແຫຼ່ງ​ທຶນ​ສາ​ກົນ ເທົ່າ​ນັ້ນ, ຫາກ​ຍັງ​ນຳ​ຕະຫຼາດ ຫວຽດ​ນາມ ກ້າວ​ເຂົ້​າ​ສູ່​ການສະ​ພາບ​ໃໝ່, ແຫ່ງ​ທີ່​ຄຸນ​ນະ​ພາບ​ສິນ​ຄ້າ, ຄວາມ​ສາ​ມາດ​ເຂົ້າ​ເຖິງ, ລັກ​ສະ​ນະ​ໂປ່ງ​ໃສ ແລະ ມາດ​ຖານ​ເຄື່ອນ​ໄຫວ​ຈະ​ຕັດ​ສິນ​ຄວາມ​ສາ​ມາດ​ດຶງ​ດູດ ແລະ ຮັກ​ສາ​ແຫຼ່ງ​ທຶນ​ໄລ​ຍະ​ຍາວ. ທ່ານ Dominic Scriven ຜູ້​ປະ​ດິດ​ສ້າງ​ທັງ​ເປັນ​ປະ​ທານ Dragon Capital, ຖື​ວ່າເລື່ອງ​ຕະຫຼາດຫຼັກ​ຊັບ ຫວຽດ​ນາມ ໂດຍ FTSE Russell ຍົກ​ອັນ​ດັບ​ຢ່າງ​ເປັນ​ທາງ​ການ ກ່ອນ​ອື່ນ​ໝົດ​ແມ່ນ ສານ​ຕໍ່​ປະ​ຊາ​ຄົມ​ສາ​ກົນ, ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ ຫວຽດ​ນາມ ພວມ​ເຂົ້າ​ຮ່ວມ​ຕະຫຼາດ​ທຶນ​ທົ່ວ​ໂລກ​ຢ່າງ​ເລິກ​ເຊິ່ງ, ເລື່ອງ​ຍົກ​ອັນ​ດັບ​ກໍ່​ສະ​ແດງ​ໃຫ້​ເຫັນ​ວ່າ ຫວຽດ​ນາມ ໄດ້​ຮັບ​ການຕ້ອນ​ຮັບ ແລະ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ເຂົ້າ​ຮ່ວມ​ບັນ​ດາ​ມາດ​ຖານ​ລວມ​ຂອງ​ຕະຫຼາດ​ສາ​ກົນ.