ໃນຄວາມມານະພະຍາຍາມເພື່ອແນໃສ່ແກ້ບັດເຫຼືອງຂອງ ຄະນະກຳມະການເອີລົບ (EC), ຢູ່ເຂດທະເລທາງທິດຕາເວັນຕົກສ່ຽງໃຕ້ - ເຂດຕິດກັບຫຼາຍປະເທດ, ກອງບັນຊາການຕຳຫຼວດທະເລເຂດ 4 ພວມຜັນຂະຫຍາຍຫຼາຍມາດຕະການຢ່າງຄົບຊຸດ. ເວລາຜ່ານມາ, ຫົວໜ່ວຍໄດ້ປະສານສົມທົບກັບອຳນາດການປົກຄອງທ້ອງຖິ່ນ, ທະຫານປ້ອງກັນຊາຍແດນ ແລະ ກຳລັງຄຸ້ມຄອງສິນໃນນ້ຳ, ກວດກາການປະມົງຂອງບັນດາແຂວງຢ່າງແໜ້ນແຟ້ນ ເພື່ອຄວບຄຸມກຳປັ່ນຫາປານັບແຕ່ຕອນຢູ່ ຝັ່ງ. ນັບແຕ່ເວລາອອກຈາກທ່າກຳປັ່ນ ຕະຫຼອດຮອດເວລາເຄື່ອນໄຫວຢູ່ທະເລ, ກຳປັ່ນຫາປາທັງໝົດລ້ວນແຕ່ໄດ້ຮັບການຕິດຕາມດ້ວຍລະບົບ VMS. ໄປຄຽງຄູ່ກັນນັ້ນ, ຜ່ານວຽກງານລາດຕະເວນ, ສຳຫຼວດກວດກາ, ຫົວໜ່ວຍກໍ່ປະຕິເສດຢ່າງເດັດດ່ຽວບໍ່ປະໃຫ້ກຳປັ່ນຫາປາລະເມີດ, ຜ່ານເສັ້ນຊາຍແດນເຂົ້າໄປເຂດທະເລຂອງປະເທດອື່ນ.
