ບັນ​ດາ​ນັກ​ຊ່ຽວ​ຊານ​ໄດ້​ກ່າ​ວ​ເຕືອນ​ສະ​ພາບ​ອາ​ກາດ​ແດດ​ຮ້ອນ​ຢ່າງ​ຮ້າຍ​ແຮງ​ພວມ​ນາບ​ຂູ່​ພາກ​ພື້ນ ເອີ​ຣົບໃຕ້ ດ້ວຍ​ລະ​ດັບ​ອຸນ​ຫະ​ພູມ​ທີ່​ໄດ້​ຮັບ​ການ​ພະ​ຍາ​ກອນ​ອາດ​ຈະ​ບັນ​ລຸ​ລະ​ດັບ​ປະ​ຫວັດ​ສາດ 50 ອົງ​ສາ C. ໃນ​ຊຸມ​ວັນ​ມໍ່ໆ​ມາ​ນີ້, ຫຼາຍ​ເຂດ​ຢູ່​ແອັດ​ສະ​ປາຍ ຖືກ​ຜົນ​ກະ​ທົບ​ດ້ວຍ​ລະ​ດັບ​ອຸນ​ຫະ​ພູມ​ຂຶ້ນ​ເຖິງ 44 ອົງ​ສາ C. ອາ​ກາດ​ແຫ້ງ​ບວກ​ກັບ​ແດດ​ກ້າ​ແມ່ນ​ສາ​ເຫດ​ທີ່​ພາ​ໃຫ້​ເກີດ​ໄຟ​ໄໝ້​ປ່າ​ຢ່າງ​ຮ້າຍ​ແຮງ​ໃນ​ທົ່ວ​ປະ​ເທດ ແອັດ​ສະ​ປາຍ​ ແລະ ຝ​ລັ່ງ, ເຮັດ​ໃຫ້​ນັບ​ພັນ​ຄົນ​ຕ້ອງດຳ​ເນີນ​ການ​ຍົກ​ຍ້າຍ​ໂດຍ​ດ່ວນ. ​ຕາມ​ຂໍ້​ສັງ​ເກດ​ຂອງ​ນັກ​ຊ່ຽວ​ຊານຫຼາຍ​ທ່ານ​ແລ້ວ, ອຸນ​ຫະ​ພູມ​ໃນ​ພາກ​ພື້ນ​ນີ້ ອາດ​ຈະ​ກາຍ​ລະ​ດັບ 50 ອົງ​ສາ C ໃນທ້າຍ​ລະ​ດູ​ຮ້ອນ​ນີ້ ຫຼື ປີ​ໜ້າ, ເມື່ອ​ຖືກ​ຜົນ​ກະ​ທົບ​ຮ້ອນ​ຂຶ້ນ​ຈາກປະ​ກົດ​ການ El Nino ບັນ​ລຸ​ລະ​ດັບ​ຄວາມ​ຮ້ອນ​ສູງ​ສຸດ.

ສ່ວນ​ຢູ່ ຍີ່​ປຸ່ນ ພວມ​ຖືກ​ປະ​ເຊີນ​ໜ້າ​ກັບສະ​ພາບ​ອາ​ກາດ​ຮຸນ​ແຮງທີ່​ເປັນ​ອັນ​ຕະ​ລາຍ ເມື່ອ​ມີຫຼາຍ​ເຂດ​ເກີດ​ມີ​ອາ​ກາດ​ແດດ​ຮ້ອນ​ດ້ວຍ​ລະ​ດັບ​ອຸນ​ຫະ​ພູມ​ສູງສຸດ​ແມ່ນ 38 ອົງ​ສາ C ແຕ່​ຢູ່​ເຂດ Kanto – Koshin ຂອງ ຍີ່​ປຸ່ນ ພັດ​ຮັບ​ຮູ້ມີ​ບັນ​ດາ​ຫ່າ​ຝົນ​ຕົກ​ໜັກ. ອົງ​ການ​ອຸ​ຕຸ​ນິ​ຍົມ ຍີ່​ປຸ່ນ ໄດ້​ປະ​ກາດ​ຄຳ​ແຈ້ງ​ເຕືອນ “ຝົນ​ຕົກ​ໜັກ​ລະ​ດັບ 4” ໃນ​ລະ​ດັບ​ແຈ້ງ​ເຕືອນ​ທັງ​ໝົດ 5 ຂັ້ນ​ຂອງ ຍີ່​ປຸ່ນ ຢູ່​ນະ​ຄອນ Fukaya, ແຂວງ Saitama; ແຈ້ງ​ເຕືອນ​ຄວາມ​ສ່ຽງ​ເກີດ​ນ້ຳ​ຖ້ວມ​ ແລະ ດິນ​ເຊາະ​ເຈື່ອນ​ຢູ່ຫຼາຍ​ແຫ່ງ.

ນັກ​ຂ່າວ VOV ປະ​ຈຳ ຝ​ລັ່ງ​ ແລະ ຍີ່​ປຸ່ນ.