ຫລາຍຄົນເສຍຊີວິດ ແລະ ຮັບບາດເຈັບໃນເຫດວາງລະເບີດສະຫຼະຊີບຢູ່ນະຄອນ Kabul, ອາບການິດສະຖານ (ພາບ: AFP/ TTXVN) |
ແມ່ນສູນສຶກສາຢູ່ເຂດທີ່ມີຊາວມຸດສະລິມນິກາຍ ຊີອາ ດຳລົງຊີວິດເປັນຈຳນວນຫລວງຫລາຍ ຢູ່ທາງທິດຕາເວັນຕົກນະຄອນຫລວງ Kabul, ໄດ້ເຮັດໃຫ້ຢ່າງໜ້ອຍສຸດມີ 25 ຄົນເສຍຊີວິດ ແລະ 35 ຄົນຮັບບາດເຈັບ. ປັດຈຸບັນ, ຍັງບໍ່ທັນມີກຸ່ມໃດ ຍອມຮັບປະຕິບັດເຫດບຸກໂຈມຕີດັ່ງກ່າວ.
ເຫດການດັ່ງກ່າວເກີດຂຶ້ນໃນສະພາບບັນດານະຄອນໃຫຍ່ໃນທົ່ວ ອາບການິດສະຖານ ກາຍເປັນເປົ້າໝາຍຂອງບັນດາເຫດບຸກໂຈມຕີໃນຊຸມເດືອນມໍ່ໆມານີ້. ອົງການ “ລັດອິດສະລາມ” (IS) ແລະ ກຸ່ມກະບົດ Taliban ໄດ້ດຳເນີນບັນດາເຫດບຸກໂຈມຕີ ແລະ ວາງລະເບີດສະຫຼະຊີບ ແນໃສ່ກຳລັງປ້ອງກັນຄວາມສະຫງົບ ແລະ ຖານທັບຂອງລັດຖະບານ.

