ຕອນ​ເຊົ້າ​ວັນ​ທີ 13 ກໍ​ລະ​ກົດ, ຢູ່​ຮ່າ​ໂນ້ຍ, ຫ​ໍ​ພິ​ພິ​ທະ​ພັນ​ປະ​ຫວັດ​ສາດການ​ທະ​ຫານ ​ຫວຽດ​ນາມ ໄດ້​ຈັດ​ພິ​ທີ​ສະ​ເຫຼີມ​ສະຫຼອງ 70 ປີ​ແຫ່ງວັນ​ມູນ​ເຊື້ອ(17/7/1956 - 17/7/2026) ແລະ ຕ້ອນ​ຮັບຫຼຽນ​ໄຊ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ ລະ​ດັບ​ສາມ. ທ່ານ​ພົນ​ເອກ ຫງວຽ​ນ​ຈ້ອງ​ເຫງ້ຍ, ຫົວ​ໜ້າ​ກົມ​ໃຫຍ່​ການ​ເມືອງກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ ເຂົ້າ​ຮ່ວມ, ຊີ້​ນຳ​ທີ່​ພິ​ທີ. ກ່ອນ​ນີ້ 70 ປີ, ວັນ​ທີ 17 ກໍ​ລະ​ກົດ 1956, ກົມ​ໃຫຍ່​ການ​ເມືອງກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ ໄດ້​ອອກ​ຂ​ໍ້​ຕົກ​ລົງ​ສ້າງ​ຕັ້ງຄະ​ນະ​ກໍ່​ສ້າງ​ຫໍ​ພິ​ພິ​ທະ​ພັນການ​ທະ​ຫານ, ຊື່​ເກົ່າ​ຂອງ​ຫໍພິ​ພິ​ທະ​ຕັນ​ປະ​ຫວັດ​ສາດການ​ທະ​ຫານ ຫວຽດ​ນາມ. 70 ປີ​ຜ່ານ​ມາ, ພາຍ​ໃຕ້​ການ​ຊີ້​ນຳ, ນຳ​ພາ​ຂອງ​ຄະ​ນະ​ພັກ​​ກອງ​ທັບ​ສູນ​ກາງ, ກະ​ຊວງ​ປ້ອງ​ກັນ​ປະ​ເທດ, ໂດຍ​ກົງ​ແມ່ນ​ຫົວ​ໜ້າ​ກົມ​ໃຫຍ່​ການ​ເມືອງ, ຄະ​ນະ​ພັກ, ຄະ​ນະ​ອຳ​ນວຍ​ການ​ຫໍ​ພິ​ພິ​ຕະ​ພັນ​ພ້ອມ​ກັບ​ພະ​ນັກ​ງານ, ພາ​ລະ​ກອນ​ກົມ​ກອງຫຼາຍ​ລຸ້ນ​ຄົນ ຍາມ​ໃດ​ກໍ່​ມາ​ນະ​ພະ​ຍາ​ຍາມ, ສູ້​ຊົນ​ປະ​ຕິ​ບັດ​ສຳ​ເລັດ​ທຸກ​ໜ້າ​ທີ່​ໄດ້​ຮັບ​ການມອບ​ໝາຍ, ສ້າງ​ຫໍ​ພິ​ພິ​ທະ​ພັນ​ປະ​ຫວັດ​ສາດ​ການ​ທະ​ຫານ ຫວຽດ​ນາມ ມີ​ການ​ພັດ​ທະ​ນາ​ເທື່ອ​ລະ​ກ້າວ​ກ່ຽວ​ກັບ​ໂຄງ​ປະ​ກອບ, ການ​ຈັດ​ຕັ້ງ, ບົດ​ບາດ​ໜ້າ​ທີ່; ກາຍ​ເປັນ​ອົງ​ການ​ວັດ​ທະ​ນະ​ທຳຫຼາຍ​ຮູບ​ແບບ, ສັງ​ລວມ, ດີ​ເດັ່ນ​ພິ​ເສດຂອງກອງ​ທັບ​ ແລະ ປະ​ເທດ​ຊາດ.​