|
(ພາບ: THX/TTXVN) |
ວັນທີ 22 ທັນວາ, ຄະນະກຳມະການເລືອກຕັ້ງ ເອກະລາດ ອາບການິດສະຖານ ໄດ້ແຈ້ງໃຫ້ຊາບວ່າ ທ່ານ ປະທານາທິບໍດີ Ashraf Ghani ພວມຢູ່ໃນເສັ້ນທາງຍາດເອົາໄຊຊະນະໃນ ອາຍຸການທີ 2 ເມື່ອ ທ່ານ Ashraf Ghani ຍາດໄດ້ຈຳນວນບັດສ່ວນຫຼາຍໃນການເລືອກຕັ້ງປະທານາທິບໍດີ ຢູ່ປະເທດນີ້. ທ່ານ Ashraf Ghani ຍາດໄດ້ 50,64% ໃນຈຳນວນບັດເລືອກຕັ້ງທີ່ໄດ້ດຳເນີນໃນວັນທີ 28 ກັນຍາທີ່ຜ່ານມາ, ໃນຂະນະນັ້ນ, ຄູ່ແຂ່ງຄືທ່ານ Abdullah Abdullah ພຽງແຕ່ຍາດໄດ້ 39,52% ຈຳນວນບັດເລືອກຕັ້ງເທົ່ານັ້ນ.

