Poster ແນະນຳໝາກອາໂວກາໂດ (ພາບ: ຫ້ອງການການຄ້າ ຫວຽດນາມ ປະຈຳ ອົດສະຕາລີ)

ສິນຄ້າງວດທຳອິດນີ້ ໂດຍບໍລິສັດ ອືວດາມ ຫວຽດນາມ ສົ່ງອອກ ແລະ ຈຳໜ່າຍ. ຜູ້ຕາງໜ້າບໍລິສັດໃຫ້ຮູ້ວ່າ ປະລິມານສິນຄ້າທັງໝົດໃນຄັ້ງນີ້ ຖືກສາຂາຈຳໜ່າຍສັ່ງຊື້ໝົດແລ້ວ ແລະ ຄາດວ່າຈະຂາຍອອກສູ່ຕະຫຼາດດ້ວຍລາຄາປະມານ 7 AUD/kg (ປະມານ 120.000 ດົ່ງຕໍ່ກິໂລ).

ໄລຍະຈະມາເຖິງ, ສະຖານທູດ ຫວຽດນາມ ປະຈຳ ອົດສະຕາລີ ຈະສົມທົບກັບບໍລິສັດໃຫຍ່ການບິນ ຫວຽດນາມ (Vietnam Airlines) ປະຕິບັດໂຄງການສົ່ງເສີມການສ້າງເຄື່ອງໝາຍການຄ້າ ແລະ ຊຸກຍູ້ການສົ່ງອອກໝາກອາໂວກາໂດແຊເຢັນໄປຍັງຕະຫຼາດ ອົດສະຕາລີ.