ໝາກລີ້ນຈີ່ສົດຂອງຫວຽດນາມຢູ່ຕະຫຼາດອົດສະຕາລີ

(ພາບ: vov.vn)

ແຕ່ປີ 2015, ກະຊວງກະສິກຳຂອງອົດສະຕາລີໄດ້ອະນຸຍາດໃຫ້ນຳ ໝາກລີ້ນຈີ່ຂອງ ຫວຽດນາມ ເຂົ້າປະເທດນີ້. ທ່ານ ຮວ່າງລວດ, ເຈົ້າຂອງວິສາຫະກິດນຳເຂົ້າ ແລະ ສົ່ງອອກສິນຄ້າ ພ້ອມທັງເປັນເຈົ້າຂອງ ລະບົບຮ້ານສັບພະສິນຄ້າຂາຍເຄື່ອງອາຊີ 5 ແຫ່ງ ໃຫຍ່ທີ່ສຸດຢູ່ລັດ ອົດສະຕາລີ ຕາເວັນຕົກ MCQ, ແບ່ງປັນວ່າ:

“ພວກຂ້າພະເຈົ້າຫາກໍທົດລອງນຳເຂົ້າໝາກລີ້ນຈີ່ໄດ້ 2 3 ຖ້ຽວ ແຕ່ເຫັນວ່າ ຄືຊິຂາຍໄດ້ດີ. ເພາະວ່າ ພວກຂ້າພະເຈົ້າຂົນສົ່ງດ້ວຍເຮືອບິນ, ນັບແຕ່ເວລາເກັບກູ້ຕະຫຼອດຮອດ ເວລາສົ່ງມາ ເພື່ອວາງຂາຍຢູ່ຮ້ານສັບພະສິນຄ້າ ແມ່ນເສຍເວລາພຽງແຕ່ 3 4 ມື້ເທົ່ານັ້ນ. ສະນັ້ນ, ໝາກລີ້ນຈີ່ຍັງຮັກສາໄດ້ຄຸນນະພາບ ແລະ ໄດ້ຮັບການຍອມຮັບຈາກຜູ້ບໍລິໂພກຊາວອົດສະຕາລີ”.

ຫວຽດງາ - ນັກຂ່າວ VOV ປະຈຳຢູ່ອົດສະຕາລີ