(ພາບປະກອບ: THX) |
ຜູ້ອອກສະໝັກຮັບເລືອກຕັ້ງກາຕາ, ທ່ານ Hammad bin Al Kawari ສືບຕໍ່ຍາດໄດ້ທີ່ຕັ້ງນຳໜ້າດ້ວຍບັດເລືອກຕັ້ງ 20 ບັດ, ຕໍ່ມາແມ່ນຜູ້ອອກສະໝັກຮັບເລືອກຕັ້ງຝລັ່ງ ທ່ານ Audrey Azoulay ດ້ວຍບັດເລືອກຕັ້ງ 13 ບັດ ແລະ Moushira Khattab ຂອງອີຢິບ ດ້ວຍບັດເລືອກຕັ້ງ 12 ບັດ. ສະນັ້ນ, ກໍຄືຮອບເລືອກຕັ້ງທີ 1, ບໍ່ມີຜູ້ອອກສະໝັກຮັບເລືອກຕັ້ງທ່ານໃດຍາດໄດ້ບັດເລືອກຕັ້ງຫຼາຍກວ່າເຄິ່ງໜຶ່ງ (ບັດເລືອກຕັ້ງ 30/58) ໃນຮອບເລືອກຕັ້ງທີ 2 ແລະ ສະພາບໍລິຫານງານຈະສືບຕໍ່ປ່ອນບັດຮອບທີ 3 ໃນ ກອງປະຊຸມຕອນບ່າຍວັນທີ 11 ຕຸລາ.

