ໝາກ​ຜົນ​ການກວດ​​ຄື​ນເອ​ກະ​ສານຄັ້ງ​ໃຫຍ່ຕ້ອງ​ຫັນ​ເປັນ​ການ​ກະ​ທຳ​ນິ​ຕິ​ບັນ​ຍັດ ແລະ ບໍ​ລິ​ຫານ​ໃນ​ທັນ​ທີ. ນີ້​ແມ່ນ​ຄຳ​ເນັ້ນ​ໜັກ​ຂອງ​ທ່ານ ເຈິ່ນ​ແທັງ​ເໝີ້ນ, ປ​ະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ, ຫົວ​ໜ້າ​ຄະ​ນະ​ຊີ້​ນຳ​ການກວດຄືນ​ລະ​ບົບ​ເອ​ກະ​ສານ​ຂໍ້​ກຳ​ນົດ​ກົດ​ໝາຍ, ທີ່​ວາ​ລະ​ປະ​ຊຸມ​ທີ 2 ຂອງ​ຄະ​ນະ​ຊີ້​ນຳ ເຊິ່ງ​ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 26 ສິງ​ຫາ, ຢູ່​ ຮ່າ​ໂນ້ຍ.

ກ່າວ​ຄຳ​ປາ​ໄສ​ທີ່​ວາ​ລະ​ປະ​ຊຸມ, ທ່ານປະ​ທ​ານ​ສະ​ພາ​ແຫ່ງ​ຊາ​ດ ເຈິ່ນ​ແທ​ັງ​ເໝີ້ນ ໃຫ້​ຮູ້​ວ່າ: ການກວດ​ກາ​ຄືນ​ບັນ​ດາ​ເອ​ກະ​ສານ​ຂໍ​້​ກຳ​ນົດ​ກົດ​ໝາຍ​ແມ່ນ​ໜ້າ​ທີ່​ມີ​ຂອບ​ຂະ​ໜາດ​ໃຫຍ່ທີ່​ສຸດ, ບໍ່​ເຄີຍ​ມີ​ມາ​ກ່ອນ, ດຳ​ເນີນ​ໃນ​ເວ​ລາ​ສັ້ນໆ, ແຕ່​ຮຽກ​ຮ້ອງ​ມີ​ຄຸນ​ນະ​ພາບ​ສູງ. ຄຸນ​ນະ​ພາບ​ຂອງ​ບົດ​ລາຍ​ງານ​ຈະ​ແມ່ນ​ໄມ້​ຫຼ້າ​ວັດ​ແທກ, ໜ້າ​ທີ່​ຄວາມ​ຮັບ​ຜິດ​ຊອບ​ຂອງ​ຫົວ​ໜ້າ​ແຕ່​ລະ​ກະ​ຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ.

“ຈຸດ​ປະ​ສົງ​ຂອງ​ການກວດ​​ຄ​ືນຄັ້ງ​ໃຫຍ່ນີ້ບໍ່​ແມ່ນ​ການ​ນັບ​ຈຳ​ນວນ​ເອ​ກະ​ສານ, ຫາກ​ແມ່ນ​ການ​ກວດ​ກາ​ໄລ່​ລຽງຄຸນ​ນະ​ພາບ​ລະ​ບອບ​ລະ​ບຽບ​ການ​ແຫ່ງ​ຊາດ, ຮັບ​ໃຊ້​ກາ​ນ​ສ້າງ​ໂຄງ​ປະ​ກອບ​ຄືນ​ໃໝ່, ສ້າງ​ລະ​ບົບ​ກົດ​ໝາຍ​ໃຫ້​ສົມ​ບູນ​ແບບ, ສ້າງ​ເຂດ​ພັດ​ທະ​ນ​າ​ໃໝ່. ບັນ​ດາ​ສິ່ງ​ທີ່​ສະ​ພາ​ແຫ່ງ​ຊາດ​ໄດ້​ຕົກ​ລົງ ຕ້ອງ​ຈັດ​ຕັ້ງ​ປະ​ຕິ​ບັດແບບ​ເຊື່ອມ​ຕໍ່, ລຸ​ລ່ວງ”.

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຖື​ວ່າ ເປົ້າ​ໝາຍ​ສຸດ​ທ້າຍ​ແມ່ນ​ເຮັດ​ໃຫ້​ລະ​ບົບ​ກົດ​ໝາຍ​ກະ​ທັດ​ລັດ​ກວ່າ, ແທ້​ຈິງກວ່າ, ເຂົ້າ​ໃຈ​ງ່າຍ ແລະ ປະ​ຕິ​ບັດ​​ງ່າຍກວ່າ.