ໂດຍ​ໄດ້​ຮັບ​ຄຳ​ເຊື້ອ​ເຊີນ​ຂອງ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກະ​ທຳ​ປະ​ຊາ​ຊົນ (PAP) ສິງ​ກະ​ໂປ, ທ່ານ​ເຈິ່ນ​ເກິມ​ຕູ ກຳ​ມະ​ການ​ກົມ​ການ​ເມືອງ, ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການສູນກາງພັກ ຈະ​ນຳ​ໜ້າ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ໄປ​ຢ້ຽມ​ຢາມ​ສິ​ງ​ກະ​ໂປ​ຢ່າງ​ເປັນ​ທາງ​ການ ແລະ ເປັນ​ປະ​ທານ​ຮ່ວມ​ການ​ໂອ້​ລົມ​ສົນ​ທະ​ນາ​ຍຸດ​ທະ​ສາດ ຫວຽດ​ນາມ - ສິ​ງ​ກະ​ໂປ ຄັ້ງ​ທີ 1 ແຕ່​ວັນ​ທີ 24 – 25 ສິງ​ຫາ 2026.

ນີ້​ເປັນ​ຄັ້ງ​ທຳ​ອິດ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ​ສູນກາງພັກ​ກອມ​ມູ​ນິດ ຫວຽດ​ນາມ ໄປ​ຢ້ຽມ​ຢາມ​ສິງ​ກະ​ໂປ​ຢ່າງ​ເປັນ​ທາງ​ການ. ການ​ໂອ້​ລົມ​ສົນ​ທະ​ນາ​ຍຸດ​ທະ​ສາດ ຫວຽດ​ນາມ ສິງ​ກະ​ໂປ ຄັ້ງ​ທີ 1ແມ່ນກອງ​ປະ​ຊຸມ​ຄັ້ງ​ທຳ​ອິດ​ຂອງ​ກົນ​ໄກ​ໂອ້​ລົມ​ສົນ​ທະ​ນາ​ຍຸດ​ທະ​ສາດ ຫວຽດ​ນາມ ສິງ​ກະ​ໂປ, ໂດຍ​ການ​ນຳ​ສອງ​ປະ​ເທດ​ຫາ​ກໍ່​ເຫັນ​ດີ​ເປັນ​ເອ​ກະ​ພາບ​ສ້າງ​ຂຶ້ນ​ໃນ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ສິງ​ກະ​ໂປ​ຂອງ​ທ່​ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ເມື່ອ​ເດືອນ​ພຶດ​ສະ​ພາ 2026 ຜ່ານ​ມາ.

ຕີ​ລາ​ຄາ​ກ່ຽວ​ກັບ​ຄວາມ​ໝາຍ​ສັນ​ຍາ​ລັກ​ກໍ່​ຄື​ພຶດ​ຕິ​ກຳ​ຕົວ​ຈິງ​ຂອງ​ເຫດ​ການ​ນີ້. ທ່ານ ຫງວຽນ​ແມັ້ງ​ເກືອງ ກຳ​ມະ​ການ​ສູນ​ກາງ​ພັກ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ເນັ້ນ​ໜັກ​ວ່າ ບັນ​ດາ​ຂີດ​ໝາຍ​ນັ້ນ​ສ່ອງ​ແສງ​ບາດ​ກ້າວ​ພັດ​ທະ​ນາ​ໃໝ່​ກ່ຽວ​ກັບ​ຄຸນ​ນະ​ພາບ​ໃນ​ການ​ພົວ​ພັນ​ສອງ​ພັກ, ພ້ອມ​ທັງ​ສ້າງ​ພື້ນ​ຖານ​ການ​ເມືອງ ແລະ ກຳ​ລັງ​ໜູນ​ເພື່ອນຳ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຮອບ​ດ້ານ​ເຂົ້າ​ສູ່​ລວງ​ເລິກ. ການ​ຢ້ຽມ​ຢາມ​ກໍ່​ສະ​ແດງ​ຄວາມ​ຕັດ​ສິນ​ໃຈ​ຂອງ​ທັງ​ສອງ​ຝ່າຍ​ໃນ​ການ​ນຳ​ບັນ​ດາ​ຄວາມ​ຮັບ​ຮູ້​ລວມ ແລະ ຂໍ້​ຕົກ​ລົງ​ຂັ້ນ​ສູງ​ເຂົ້າ​ການ​ປະ​ຕິ​ບັດຕົວ​ຈິງ.