ການ​ຢ້ຽມ​ຢາມ​ທ​າ​ງ​ລັດ​ຖະ​ກິດ ສິງ​ກະ​ໂປ ແລະ ເປັນ​ປະ​ທານ​ການ​ສົນທະນາ​ຍຸດ​ທະ​ສາດ ຫວຽດ​ນາມ - ສິງ​ກະ​ໂປ ຄັ້ງ​ທຳ​ອິດ​ຂອງ​ທ່ານ ເຈິ່ນ​ເກີມ​ຕູ, ກຳ​ມະ​ການ​ກົມ​ການ​ເມືອງ, ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ​ສູນ​ກາງ​ພັກ​ກອມ​ມູ​ນິ​ດ ຫວຽດ​ນາມ ແລະ ຄະ​ນະ​ຜ​ູ້​ແທນ​ຂັ້ນ​ສ​ູງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ (ແຕ່​ວັນ​ທີ 24 – 25 ສິງ​ຫາ) ໄດ້​ສິ້ນ​ສຸດ​ລົງ​ຢ່າງ​ຈົບ​ງາມ.

ເມື່ອ​ຕອບ​ສຳ​ພາດ​ຕໍ່​ສື່ມ​ວນ​ຊົນ​ກ່ຽວ​ກັບ​ໝາກ​ຜົນ​ການ​ຢ້ຽມ​ຢາມ, ທ່ານ ເລ​ຮວ່າຍ​ຈຸງ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ເນັ້ນ​ໜັກ​ວ່າ 2 ຝ່າຍ​ໄດ້​ຮັບ​ຮອງ​ເອົາ​ແຜນ​ການ​ຮ່ວມ​ມື​ບຳ​ລຸງ​ສ້າງ​ພະ​ນັກ​ງານ​ໄລ​ຍະ 2027 – 2029, ຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ຍຸດ​ທະ​ສາດການ​ເຊື່ອມ​ຕໍ່​ເຕັກ​ໂນ​ໂລ​ຊີ. ນີ້​ແມ່ນ​ບັນ​ດາ​ຂົງ​ເຂດ​ສວມ​ບົດ​ບາດຈຸດສຸມ, ແກ່ນ​ສານ​ຕໍ່​ການ​ພັດ​ທະ​ນາໄລ​ຍະ​ຍາວ​ໃນ​ໄລ​ຍະ​ໃໝ່​ຂອງ ຫວຽດ​ນາມ ແລະ ສິງ​ກະ​ໂປ. ພິເສດ, ເປັນ​ຄັ້ງ​ທຳ​ອິດທີ່ 2 ຝ່າຍ​ອອກ​ຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ຍຸດ​ທະ​ສາດການ​ເຊື່ອມ​ຕໍ່​ເຕັກ​ໂນ​ໂລ​ຊີ, ເນັ້​ນ​ໜັກ​ການ​ຮ່ວມ​ມື​ພ້ອມ​ກັນ​ສ້າງ​ສັນ, ພ້ອມ​ກັນ​ຄົ້ນ​ຄວ້າ ແລະ ພ້ອມ​ກັນ​ພັດ​ທະ​ນາ, ມຸ່ງ​ໄປ​ເຖິງ​ລະ​ບົບ​ຊີ​ວະ​ສະ​ພາບ​ນະ​ວັດ​ຕະ​ກຳ; ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່​ໃນ​ບັນ​ດາ​ຂົງ​ເຂດ​ເຕັກ​ໂນ​ໂລ​ຊີ​ຍຸດ​ທະ​ສາດ, ການ​ຫັນ​ເປັນ​ດີ​ຈີ​ຕອນ, ເສດ​ຖະ​ກິດ​ດີ​ຈີ​ຕອນ; ເຊື່ອມ​ຕໍ່​ບັນ​ດາ​ສູນ​ຄົ້ນ​ຄວ້າ​, ວິ​ສາ​ຫະ​ກິດ, ມະ​ຫາ​ວິ​ທະ​ຍາ​ໄລ ແລະ ອົງການຈັດ​ຕັ້ງ​ນະ​ວັດ​ຕະ​ກຳ.

ໃນ​ຂະ​ນະ​ນັ້ນ, ສື່ມວນ​ຊົນ ສິງ​ກະ​ໂປ ກໍ່​ໃຫ້​ຂ່າວ​ເປັນ​ຈຳ​ນວນ​ຫຼາຍ​ກ່ຽວ​ກັບ​ການ​ຢ້ຽມ​ຢາມ​ຂອງ​ ທ່ານ​ຜູ້​ປະ​ຈຳ​ການ​ຄ​ະ​ນະ​ເລ​ຂາທິການ ເຈິ່ນ​ເກິມ​ຕູ. ໜັງ​ສື​ພິມ The Straits Times ມີ​ບົ​ດ​ຂຽນ “ສິງ​ກະ​ໂປ ແລະ ຫວຽດ​ນາມ ເປັນເອກະພາບການເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ການ​ນຳ, ເປີດກວ້າງ​ການ​ຮ່ວມ​ມື​ດ້ານ​ເຕັກ​ໂນ​ໂລ​ຊີ”. ນີ້​ແມ່ນ​ເນື້ອ​ໃນ​ທີ່​ບັນ​ລຸ​ໄດ້​ໃນ​ຂອບ​ເຂດ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ສິງ​ກະ​ໂປ - ຫວຽດ​ນາມ ຄັ້ງ​ທີ​ໜຶ່ງ, ຈັດ​ຂຶ້ນ​ໃນ​ວັນ​ທີ 25 ສິງ​ຫາ, ເມື່ອ 2 ຝ່າຍ​ອອກ​ຖ​ະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ຍຸດ​ທະ​ສາດການ​ເຊື່ອມ​ຕໍ່​ເຕັກ​ໂນ​ໂລ​ຊີ.

ໃນ​ຂະ​ນະ​ນັ້ນ, ເວັບ​ໄຊ AsiaOne ຢື​ນ​ຢັນ​ວ່າ ສິງ​ກະ​ໂປ ແລະ ຫວຽດ​ນາມ ສາ​ມາດ​ແລ​ກ​ປ່ຽນ​ບົດ​ຮຽນ​ກ່ຽວກັບການ​ກວດພົບ​, ການບຳ​ລຸງ​ສ້າງ​ການ​ນຳ ແລະ ພາພະ​ນັກ​ງານ​ເຂົ້າ​ຮ່ວມ​ໂຄງ​ການ​ພັດ​ທະ​ນາ​ການ​ນຳ​ຂອງ​ກັນ​.