ຕອນ​ເຊົ້າ​ວັນ​ທີ 05 ກັນ​ຍາ, ບັນ​ດາ​ສະ​ຖານ​ການ​ສຶກ​ສາ​ໃນ​ທົ່ວ​ປ​ະ​ເທດ ຫວຽດ​ນາມ ຈະ​ພ້ອ​ມກັນ​ຈັດ​ພິ​ທີ​ເປີດ​ສົກ​ຮຽນ​ໃໝ່ 2026 – 2027 ແລະ ພ​ິ​ທີ​ເປີດ​ນຳໃຊ້​ບັນ​ດາ​ໂຮງ​ຮຽນ​ສາ​ມັນ​ກິນນອນ​ຊົນ​ເຜົ່າເຊື່ອມຕໍ່​ຂັ້ນ​ຢູ່​ບັນ​ດາ​ຕາ​ແສງ​ເຂ​ດ​ຊາຍ​ແດນ​ທາງ​ບົກ. ເຫດ​ການ​ໄດ້​ຈັດ​ຂຶ້​ນ​ຕາ​ມ​ຮູບ​ແບບ​ເຊິ່ງ​ໜ້າ ສົ​ມ​ທົບ​ກັບ​ທາງ​ໄກ​ໃນ​ຂອບ​ເຂ​ດ​ທົ່ວ​ປະ​ເທດ.

​ພ​ິ​ທີ​ເປີດ​ສົກ​ຮຽນຈະ​​ໄດ້​ຈັດ​ຂຶ້ນ​ພ້ອມ​ກັນ​ໃນ​ທົ່ວ​ປະ​ເທດ, ຕິດ​ພັນ​ກັບ​ການ​ເປີດ​​ນຳໃຊ້ບັນ​ດາ​ໂຮງ​ຮຽນ​ສາ​ມັນ​ເຄິ່ງ​ກິນນອນເຊື່ອມຕໍ່​ຂັ້ນ​ຢູ່​ບັນ​ດາ​ຕາ​ແສງເຂດ​ຊາຍ​ແດນ​ທາງ​ບົກ ເພື່ອ​ສ້າງ​ບັນ​ຍາ​ກາດ​ເບີກ​ບານ​ເມື່ອ​ກ້າວ​ເຂົ້າ​ສູ່​ສົກ​ຮຽນ​ໃໝ່; ພ້ອມ​ກັນ​ນັ້ນ​ກໍ່ໍ່ສະ​ແດງ​ໃຫ້​ເຫັນ​ຄວາມ​ເອົ​າ​ໃຈ​ໃສ່​ຂອງ​ພັກ, ລັດ ທີ່​ມີ​ຕໍ່​ພາ​ລະ​ກິດ​ການ​ສຶກ​ສາ ແລະ ບຳ​ລຸງ​ສ້າງ ໂດຍ​ສະ​ເພາະ​ແມ່ນ​ການ​ສຶກ​ສາ​ຢູ່​ເຂດ​ພໍ່​ແມ່​ປະ​ຊາ​ຊົນ​ເຜົ່າ​ສ່ວນ​ໜ້ອຍ, ເຂດ​ພູ​ດອຍ, ເຂດ​ທະ​ເລ, ໝູ່​ເກາະ.